ພາບປະກອບ
|
(vovworld) – “ຄວາມຮັບຜິດຊອບສັງຄົມ ແລະ ຄຸນນະພາບຜະລິດຕະພັນແມ່ນບັນດາປັດໄຈເປັນຕາຍ ເພື່ອເພີ່ມກຳລັງແກ້ງແຍ້ງຂອງຂະແໜງສິນໃນນ້ຳ ຫວຽດນາມ”. ທ່ານ ຫງວຽນວຽດແມ້ງ, ຫົວໜ້າກົມວິທະຍາສາດ - ເຕັກໂນໂລຢີ ແລະ ຮ່ວມມືສາກົນ, ຂຶ້ນກັບກົມໃຫຍ່ສິນໃນນ້ຳ ຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຊຸກຍູ້ການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມໃນການຂຸດຄົ້ນສິນໃນນ້ຳຢູ່ ຫວຽດນາມ”. ກອງປະຊຸມສຳມະນາໂດຍສູນຮ່ວມມືສາກົນລ້ຽງປູກ ແລະ ຂຸດຄົ້ນສິນໃນນ້ຳແບບຍືນຍົງ (ICAFIS), ສະມາຄົມອາຊີບຫາປາ ຫວຽດນາມ ສົມທົບກັບອົງການ Oxfam ຫວຽດນາມ ຢູ່ ຮ່າໂນ້ຍ ຈັດຕັ້ງໃນວັນທີ 15/7. ຕາມທ່ານ ຫງວຽນວຽດແມ້ງ ແລ້ວ, ວິສາຫະກິດຂະໜາດໃຫຍ່ຫຼາຍແຫ່ງ ຢູ່ ຫວຽດນາມ ໄດ້ຮັບຮູ້ວ່າ: ຄວາມຮັບຜິດຊອບຕໍ່ສັງຄົມກາຍເປັນໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການທີ່ຂາດບໍ່ໄດ້, ຍ້ອນວ່າ, ໃນສະພາບໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຖ້າຫາກບໍ່ປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ, ວິສາຫະກິດຈະບໍ່ສາມາດສຳຜັດກັບຕະຫຼາດໂລກໄດ້.