ຍົກສູງຄຸນນະພາບ,ປະສິດທິຜົນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ
ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ
|
(vovworld) - ຕອນເຊົ້າວັນທີ 6/1, ຢູ່ຮ່າໂນ້ຍ, ຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳ (ທີ່ຂຶ້ນກັບຄະນະປະຈຳສະພາແຫ່ງຊາດ) ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2016, ຜັນຂະຫຍາຍໜ້າທີ່ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ ໄດ້ຮັບຮູ້ ແລະ ຕີລາຄາສູງວຽກທຸກດ້ານຂອງຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳ ທີ່ປະຕິບັດໄດ້ໃນຊຸມປີຜ່ານມາ. ບັນດາໝາກຜົນນັ້ນໄດ້ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ. ທ່ານຮອງປະທານສະພາແຫ່ງຊາດໂດ໋ບ໋າຕິ ໄດ້ຊີ້ແຈ້ງວ່າ ວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນຕ້ອງສືບຕໍ່ໄກ້ຊິດຕິດແທດ, ຫັນເປັນລະອຽດເນື້ອໃນມະຕິຂອງສະພາແຫ່ງຊາດກ່ຽວກັບການປັບປຸງ, ປ່ຽນໃໝ່ເພື່ອຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາແຜນຮ່າງ, ມະຕິຂອງອົງຄະນະພັກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດກ່ຽວກັບວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ. ຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນຕ້ອງເພີ່ມທະວີການເຄື່ອນໄຫວຕິດຕາມກວດກາການແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກລະອຽດ ແລະ ຕິດຕາມວຽກງານແກ້ໄຂຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ