ຍົກສູງບົດບາດຂອງສະພາແຫ່ງຊາດຫວຽດນາໃນປະຊາຄົມອາຊຽນ
ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 18/08, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ໄດ້ເປັນປະທານວາລະອະພິປາຍກ່ຽວກັບ “ປະຊາຄົມອາຊຽນ ແລະ ການເຂົ້າຮ່ວມຂອງຫວຽດນາມ”. ທີ່ວາລະອະພິປາຍ, ຜູ້ຕາງໜ້າກະຊວງການຕ່າງປະເທດ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສະໜອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ວິໄສທັດລວມກ່ຽວກັບປະຊາຄົມອາຊຽນ, ກາລະໂອກາດ ແລະ ສິ່ງທ້າທາຍເມື່ອປະຊາຄົມອາຊຽນ ໄດ້ຮັບການສ້າງຕັ້ງ, ຍົກອອກບາງຄຳສະເໜີແນະເພື່ອຍົກສູງບົດບາດຂອງສະພາແຫ່ງຊາດ ສຳລັບການຊຸກຍູ້ການຮ່ວມມືໃນປະຊາຄົມອາຊຽນ. ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລ້ວ, ເລື່ອງສ້າງຕັ້ງປະຊາຄົມອາຊຽນ ຈະປະກອບສ່ວນຍົກສູງທີ່ຕັ້ງ, ບົດບາດໃຈກາງຂອງອາຊຽນ ໃນພາກພື້ນ. ນີ້ແມ່ນການເຫັນປ່ຽນມີລັກສະນະຍຸດທະສາຂອງອາຊຽນ ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາ 48 ປີ.
“ເມື່ອສ້າງຕັ້ງປະຊາຄົມອາຊຽນ, ຈະມີພົນລະເມືອງປະມານ 600 ລ້ານຄົນ, ດ້ວຍຍອດ GDP ປະມານ 3000 ຕື້ USD, ມີກຳລັງແຮງງານເປັນຈຳນວນຫຼາຍ ແລະ ຢືນອັນດັບທີ 3 ຖັດຈາກຈີນ ແລະ ອິນເດີຍ. ນີ້ຈະແມ່ນຕະຫຼາດໜຶ່ງ ແລະ ພື້ນຖານຜະລິດເປັນເອກະພາບໃຫ້ບັນດາປະເທດສະມາຊິກອາຊຽນ ແມ່ນທາງຜ່ານຂອງມະນຸດ, ສິນຄ້າ, ການລົງທຶນ, ແຮງງານທີ່ມີສີມືແຮງງານໃນອາຊຽນ, ມີພື້ນຖານເສດຖະກິດພັດທະນາຢ່າງສະໝຳສະເໝີກັນ, ມີກຳລັງແກ່ງແຍ້ງ ເພື່ອເຊື່ອມໂຍງເຂົ້າເສດຖະກິດທົ່ວໂລກ”.
ທີ່ວາລະອະພິປາຍໃນຕອນເຊົ້າ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສະເໜີໃຫ້ສະພາແຫ່ງຊາດ ສົມທົບກັບບັນດາກະຊວງ, ຂະແໜງການທິ່ກ່ຽວຂ້ອງ ຊຸກຍູ້ບັນດາຜົນປະໂຫຍດຂອງຫວຽດນາມ ໃນສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA); ສືບຕໍ່ປັບປຸງລະບົບກົດໝາຍພາຍໃນປະເທດ, ເພື່ອສ້າງຄວາມສະດວກໃຫ້ວິວັດການເຊື່ອມໂຍງ…