ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ
|
(vovworld) -ຕອນເຊົ້າວັນທີ 28/4, ຢູ່ນະຄອນ ຕາມກີ່, ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ ສົມທົບກັບສະພາປະຊາຊົນແຂວງ ກວາງນາມ ຈັດຕັ້ງກອງປະຊຸມຜູ້ຈຳສະພາປະຊາຊົນບັນດາແຂວງ, ນະຄອນທາງທິດໃຕ້ພາກກາງ - ເຂດໄຕງວຽນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ໂດ໋ບ໋າຕິ, ໄດ້ຕີລາຄາສູງສະພາປະຊາຊົນບັນດາແຂວງ ໃນການຍົກສູງນ້ຳໃຈຄວາມຮັບຜິດຊອບ, ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ມີການປ່ຽນໃໝ່ເພື່ອແນໃສ່ຍົກສູງຄຸນນະພາບໃນການເຄື່ອນໄຫວ:
“ຂ້າພະເຈົ້າສະເໜີໃຫ້ບັນດາຜູ້ແທນ, ພິເສດແມ່ນຜູ້ປະຈຳການສະພາປະຊາຊົນບັນດາແຂວງ, ນະຄອນ ຈົ່ງຖອດຖອນບົດຮຽນບົນພື້ນຖານຕີລາຄາຖືກຕ້ອງບັນດາສາຍເຫດພາວະວິໄສ, ອັດຕະວິໄສ ແລະ ແກ້ໄຂໃຫ້ດີໃນໄລຍະຈະມາເຖິງ. ໂດຍອີງໃສ່ສິດອຳນາດທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ທີ່ຫາກໍ່ໄດ້ປະກາດໃຊ້ຕ້ອງສຸມໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ, ຄະນະປະຈຳການສະພາປະຊາຊົນ, ບັນດາຄະນະ, ບັນດາສະມາຊິກສະພາປະຊາຊົນ ເພື່ອຍົກສູງປະສິດທິຜົນການຕິດຕາມກວດກາຂອງສະພາປະຊາຊົນ.”