(vovworld) - ຕ້ອນເຊົ້າວັນທີ 28/11, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ສົມທົບກັບສະຫະປະຊາຊາດ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມ “ຍົກສູງປະສິດທິຜົນຜັນຂະຫຍາຍການປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2011 - 2020”. ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດໄດ້ເຂົ້າຮ່ວມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ: ຜ່ານໄລຍະ 1 ປີແຫ່ງການຜັນຂະຫຍາຍ, ຍຸດທະສາດພັດທະນາຊາວໜຸ່ມໄລຍະ 2011 – 2020, ໄດ້ເບິ່ງແຍງດູແລ, ບຳລຸງ ແລະ ເສີມຂະຫຍາຍບົດບາດຂອງຊາວໜູ່ມໃນໄລຍະປະຈຸບັນເທື່ອລະກ້າວ. ແຕ່ວ່າ, ມີບາງນະໂຍບາຍບໍ່ທັນຕິດພັນກັບຄວາມຕ້ອງການຂອງສະພາບຕົວຈິງ. ມີຫຼາຍເນື້ອໃນປະກາດໃຊ້ມີລັກສະນະອັດຕະວິໄສ, ບໍ່ຄົບຊຸດ, ບໍ່ມີຫົວຄິດປະດິດສ້າງ, ຍຸດທະສາດບໍ່ທັນເໝາະສົມກັບເງື່ອນໄຂພັດທະນາເສດຖະກິດສັງຄົມ ແລະ ລັກສະນະສະເພາະຂອງກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ຕາມບັນດາຜູ້ແທນແລ້ວ, ການຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ ແມ່ນຄວາມຮຽກຮ້ອງອັນຮີບດ່ວນ ເພື່ອແນໃສ່ເພີ່ມທະວີປະສິດທິຜົນຍຸດທະສາດຊາວໜຸ່ມໃນໄລຍະຈະມາເຖິງ. ພ້ອມທັງ, ປະກາດໃຊ້ຂໍ້ກຳນົດກ່ຽວກັບລະບອບ, ນະໂຍບາຍເສີມຂະຫຍາຍບົດບາດຂອງຊາວໜຸ່ມທຸກຂັ້ນໂດຍໄວ, ໂດຍສະເພາະແມ່ນໃນບັນຫາສຶກສາ, ສາທາລະນະສຸກ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ… ຜ່ານບັນດາການເຄື່ອນໄຫວຮັບເອົາຄຳຄິດຄຳເຫັນ, ສົ່ງເສີມຊາວໜຸ່ມປະກອບປັນຍາຫົວຄິດປະດິດສ້າງ, ເຂົ້າຮ່ວມການກໍ່ສ້າງນະໂຍບາຍ, ຍຸດທະສາດພັດທະນາຂອງຂະແໜງ, ເພີ່ມທະວີການສົມທົບລະຫວ່າງການສຶກສາດ້ານກົດໝາຍ ກັບການສຶກສາດ້ານເຈດຈຳນົງຄູນສົມບັດ, ແບບແຜນດຳລົງຊີວິດ.