ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່
ທ່ານ ເຈີ່ນດັກເລີ້ຍ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ
(ພາບອິນເຕີແນັດ)
(vovworld) - ຕອນເຊົ້າວັນທີ 31/05, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຈັດຕັ້ງກອງປະຊຸມຝຶກອົບຮົມກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນປີ 2016. ນີ້ແມ່ນຊຸດຝຶກອົບຮົມ ບຳລຸງຄວາມຮູ້ກ່ຽວກັບການພົວພັນຕ່າງປະເທດ ທີ່ສະຫງວນໃຫ້ພະນັກງານທີ່ປະຕິບັດວຽກງານພົວພັນຕ່າງປະເທດປະຊາຊົນຂອງແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງປະຊາຊົນຢູ່ສູນກາງ ເພື່ອຊາບຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດ ແລະ ສືບຕໍ່ປະຕິບັດແຜນນະໂຍບາຍຍົກສູງຄຸນນະພາບຖັນແຖວພະນັກງານທີ່ປະຕິບັດວຽກງານການພົວພັນຕ່າງປະເທດປະຊາຊົນ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຫລາຍຫົວຂໍ້ຄື: ສະພາບການໂລກ, ພາກພື້ນ ແລະ ວຽກງານການພົວພັນຕ່າງປະເທດຂອງພັກ ແລະ ລັດ; ປະຊາທິປະໄຕສິດທິມະນຸດໃນການພົວພັນກັບສາກົນ ແລະ ທັດສະນະ, ນະໂຍບາຍຂອງ ຫວຽດນາມ ໃນການປະຕິບັດວຽກງານການພົວພັນຕ່າງປະເທດ; ສະພາບການ, ແຜນນະໂຍບາຍ ແລະ ບາງຂໍ້ກຳນົດໃນວຽກງານສຳລັບບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ກາລະໂອກາດ ແລະ ສິ່ງທ້າທາຍ ເມື່ອ ຫວຽດນາມ ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP)…ທ່ານ ເຈີ່ນດັກເລີ້ຍ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໃຫ້ຮູ້ວ່າ:
“ຈຸດປະສົງຂອງການຝຶກອົບຮົບຄັ້ງນີ້ແມ່ນເພື່ອຊາບຊຶມ, ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດໃນໄລຍະໃໝ່. ພ້ອມກັນນັ້ນ ກໍ່ເພື່ອຜັນຂະຫຍາຍການປະຕິບັດຄຳສັ່ງ 04 ຂອງຄະນະເລຂາສູນກາງພັກກ່ຽວກັບ “ສືບຕໍ່ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່” ເພື່ອແນໃສ່ປະກອບຄວາມຮູ້ໃຫ້ພະນັກງານ, ການນຳ ຫຼື ພະນັກງານຜູ້ທີ່ເຮັດວຽກງານການຕ່າງປະເທດປະຊາຊົນ. ຜ່ານນັ້ນ ປະກອບສ່ວນຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດປະຊາຊົນເພື່ອຮັບໃຊ້ຜົນປະໂຫຍດແຫ່ງຊາດໃນສະພາບການໃໝ່.”