ຍົກເວັ້ນວິຊາເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ຍົກເວັ້ນວິຊາເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ - ảnh 1
ພາບ​ປະ​ກອບ:vita.vn

(vovworld)- ຕອ​ນ​ເຊົ້າ​ວັນ​ທີ 8/7 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ທ່ອງ​ທ່ຽວ​, ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ​ ແລະ ບໍ​ລິ​ສັດ​ໃຫຍ່​ການ​ບິນ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ມະ​ຕິ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວິ​ຊາ​​ພຽງ​ຝ່າຍ​ດຽວໃຫ້​ແກ່​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ ແລະ ຄຳ​ສັ່ງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ປ​ະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ຂອງ​ລັດ, ສຸມ​ໃສ່​ແກ້​ໄຂ​ຄວາ​ມ​ຈຳ​ກັດ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ທີ່ກອງ​ປະ​ຊຸມ, ສາມ​ອົງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດ​ລາຍ​ການ​ກະ​ຕຸກ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ເພື່ອ​ດຶງ​ດູດນັກ​ທ່ອງ​ທ່ຽວ​ມາ​ຈາກ 5 ປະ​ເທດ ເອີ​ລົບ​ຕາ​ເວັນ​ຕົກ​ຄື( ອັງ​ກິດ, ຝ​ລັ່ງ, ເຢ​ຍ​ລະ​ມັນ, ອີ​ຕ​າ​ລີ  ແອດ​ສະ​ປາຍ )ແລະ ເບ​ລາ​ຣຸດ ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ພຽງ​ຝ່າຍ​ດຽວ ຊື່ງ​ລັດ​ຖ​ະ​ບານ ໄດ້​ປະ​ກາດ​ໃຊ້.

ຂ່າວ/ບົດ​ອື່ນ