ຍັງບໍ່ທັນຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບຊີຣີ ໃນເດືອນ 6

ຍັງບໍ່ທັນຈັດຕັ້ງກອງປະຊຸມສຳມະນາສາກົນກ່ຽວກັບຊີຣີ ໃນເດືອນ 6 - ảnh 1
ພາບປະກອບ

(​vovworld) – ວັນ​ທີ 5/6, ຢູ່​ສະ​ວິດ, ພາຍຫຼັງ​ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ຕ່າງໆກັບ​ບັນດາ​ນັກ​ການ​ທູ​ດ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ທູ​ດພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ ອາຣັບ Lakhdar Brahimi ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສຳ​ມະ​ນາສາກົນ ຊອກ​ຫາ​ສັນຕິພາບ​ໃນ​ວິ​ກິດ​ການ ຊີຣີ ຕາມ​ຂໍ້​ລິ​ເລິ່ມຂອງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ບໍ່​ສາມາດ​ຈັດ​ຕັ້ງ​ໃນ​ເດືອນ 6/2013 ​ໄດ້. ​ຍ້ອນຝ່າຍ​ຄ້ານ ຊີຣີ ຍັງ​ບໍ່​ທັນ​ຕັດສິນ​ເລື່ອງ​ເຂົ້າ​ຮ່ວມ​ກໍ່​ຄື​ບັນຊີ​ລາຍ​ຊື່​ຂອງ​ຜູ້​ແທນ. ກຸ່ມ​ຝ່າຍ​ຄ້ານ​ຫຼາຍ​ກຸ່ມ​ຢາ​ກຈັດ​ສົ່ງຜູ້​ແທນ​ສະ​ເພາະ ​ແລະ ມີ​ບັນດາ​ລາຍການ​ສະ​ເພາະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ອາ​ເມ​ລິ​ກາ ຈະ​ຕ້ອງມີ​ຄວາມ​ມານະ​ພະຍາຍາມຢ່າງໃຫຍ່​ຫຼວງ​ໃນ​ການ​ເກ້​ຍກ່ອມ​ຝ່າຍ​ຄ້ານ ຊີຣີ ສ້າງ​ຕັ້ງ​ຄະນະ​ຜູ້​ແທນ​ໜຶ່ງ​ດຽວ. ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຊີຣີ, ວັນ​ທີ 5/6, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Chuck Hagel ​ເວົ້າ​ວ່າ: ທ່ານ​ບໍ່​ເຫັນ​ຫຼັກ​ຖານ​ກ່ຽວ​ກັບ​ອາວຸດ​ເຄມີ​​ທີ່​ນຳ​ໃຊ້​ຢູ່ ຊີຣີ ຄື​ຄຳ​ກ່າວ​ຜູກ​ໂທດ​ຂອງ​ລັດ​ຖະບານ ຝຣັ່ງ.

ຂ່າວ/ບົດ​ອື່ນ