ຍີ່ປຸ່ນກ່າວເຕືອນກໍລະນີສປປ.ເກົາຫຼີກະກຽມຍິງລູກສອນໄຟນຳວິຖີ

(VOVWORLD) - ວັນທີ 28 ພະຈິກ, ບັນດາແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ພວມຢູ່ໃນລະດັບເຕືອນໄຟ ພາຍຫຼັງໄດ້ຮັບບັນດາສັນຍານຊີ້ໃຫ້ເຫັນວ່າ ສປປ.ເກົາຫຼີ ອາດພວມກະກຽມໃຫ້ແກ່ເຫດຍິງລູກສອນໄຟນຳວິຖີ.
ຍີ່ປຸ່ນກ່າວເຕືອນກໍລະນີສປປ.ເກົາຫຼີກະກຽມຍິງລູກສອນໄຟນຳວິຖີ - ảnh 1 (ພາບປະກອບ: AFP/TTXVN)

ສຳນັກຂ່າວສານ Kyodo ໄດ້ຄັດແຫຼ່ງຂ່າວໂດຍໃຫ້ຮູ້ວ່າ “ສປປ.ເກົາຫຼີ ອາດຈະຍິງລູກສອນໄຟໃນຮອບເວລາ 2 – 3 ວັນຈະມາເຖິງ”. ເຖິງຢ່າງໃດກໍ່ຕາມ, ຍ້ອນພາບຈາກດາວທຽມບໍ່ຊີ້ໃຫ້ເຫັນລູກສອນໄຟ ຫຼື ຖານຍິງລູກສອນໄພເຄື່ອນທີ, ບັນດາສັນຍານອາດຈະກ່ຽວຂ້ອງເຖິງການເຄື່ອນໄຫວຝຶກຊ້ອມຍາມລະດູໜາວຂອງກອງທັບສປປ.ເກົາຫຼີ ເທົ່ານັ້ນ.

        ໃນຂະນະນັ້ນ, ໂຄສົກຂອງທຽບນຽບ 5 ແຈ, ພັນເອກ Robert Manning ໃຫ້ຮູ້ວ່າ, ອົງການນີ້ຍັງຕິດຕາມ “ຢ່າງໃກ້ຊິດ” ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງລູກສອນໄຟນຳວິຖີ ແລະ ນິວເຄຼຍ ຂອງສປປ.ເກົາຫຼີ ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກຍີ່ປຸ່ນ ກ່ຽວກັບກໍລະນີພຽງຢາງ ອາດກະກຽມໃຫ້ເຫດຍິງລູກສອນໄຟ.

ຕອບກັບ

ຂ່າວ/ບົດ​ອື່ນ