ຍີ່ປຸ່ນຄັດຄ້ານແວບໄຊຂອງຈີນກ່ຽວກັບໝູ່ເກາະທີ່ພວມມີການຂັດແຍ້ງກັນ
ແວບໄຊຂອງ ຈີນ ກ່ຽວກັບໝູ່ເກາະທີ່ພວມມີຄວາມຂັດ ແຍ້ງກັນ
(ພາບ: japantimes.co.jp)
|
(vovworld) – ວັນທີ 4/3, ຍີ່ປຸ່ນ ໄດ້ຝາກຈົດໝາຍທາງການຄັດຄ້ານເລື່ອງ ຈີນ ເປີດແວບໄຊດ້ວຍພາສາອັງກິດ ແລະ ພາສາ ຍີ່ປຸ່ນ ໃນແວບໄຊຂອງລັດຖະບານ ຈີນ, ໃນນັ້ນສະແດງອະທິປະໄຕຂອງ ປັກກິ່ງ ທີ່ມີຕໍ່ໝູ່ເກາະພວມມີການຂັດແຍ້ງກັນໃນທະເລ ຮວາຕູງ ເຊິ່ງ ຍີ່ປຸ່ນ ເອີ້ນວ່າ Senkaku ແລະ ຈີນ ເອີ້ນວ່າ ຕຽວອີ໋. ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ທ່ານ Yoshihide Suga ຕຳນິຕິຕຽນແວບໄຊດັ່ງກ່າວແມ່ນ “ເສກສັນປັ້ນແຕ່ງ ແລະ ຢ້ຳຄືນບັນດາຖະແຫຼງການພຽງລຳພັງຝ່າຍດຽວຂອງ ຈີນ” ເຊິ່ງ ໂຕກຽວ “ບໍ່ສາມາດຮັບຮູ້ໄດ້”.
ໝູ່ເກາະ Senkaku/ຕຽວອີ໋ ແມ່ນໝູ່ເກາະຕັ້ງຢູ່ຫ່າງຈາກເກາະໃຫຍ່ຂອງແຂວງ Akinawa ໄປທາງທິດຕາເວັນຕົກປະມານ 400 ກມ. ປະຈຸບັນ, ໝູ່ເກາະແຫ່ງນີ້ໂດຍ ຍີ່ປຸ່ນ ຄວບຄຸມ, ແຕ່ວ່າ ຈີນ ກໍ່ຖະແຫຼງອະທິປະໄຕ. ການຂັດແຍ້ງກ່ຽວກັບອະທິປະໄຕຢູ່ໝູ່ເກາະນີ້ເຮັດໃຫ້ການພົວພັນ ຈີນ - ຍີ່ປຸ່ນ ເຄັ່ງຕຶງຂຶ້ນໃນໄລຍະຜ່ານມາ.