ຍີ່ປຸ່ນຄຳໝັ້ນສັນຍາອຸປະຖຳຈຳນວນເງິນກ່ວາ7,7ຕື້USDຊ່ວຍມຽນມາພັດທະນາປະເທດຊາດ
ທ່ານນາງ Aung San Suu Kyi ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: AP/TTXVN)
|
(vovworld) – ວັນທີ 2/11, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ, ປະເທດນີ້ຈະສະໜອງບ້ວງເງິນອຸປະຖຳທີ່ມີມູນຄ່າ 800 ຕື້ເຢັນ (ເທົ່າກັບ 7,73 ຕື້USD) ໃຫ້ມຽນມາໃນຮອບເວລາ 5 ປີເພື່ອແນໃສ່ໜູນຊ່ວຍ Nay Pyi Taw ໃນຄວາມມານະພະຍາຍາມສ້າງສັນຕິພາບ ແລະ ພັດທະນາປະເທດຊາດ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຜູ້ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີການຕ່າງປະເທດ ມຽນມາ ທ່ານນາງ Aung San Suu Kyi ພວມຢູ່ຢ້ຽມຢາມ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Abe ໄດ້ສະແດງຄວາມຫວັງວ່າ ບ້ວງເງິນອຸປະຖຳນີ້ຈະປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ມຽນມາ. ໃນຈຳນວນດັ່ງກ່າວ, ຈຳນວນເງິນປະມານ 40 ຕື້ເຢັນຈະໄດ້ນຳໃຊ້ເຂົ້າໃນການໜູນຊ່ວຍບັນດາ ຊົນເຜົ່າສ່ວນໜ້ອຍຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້, ສ່ວນຈຳນວນທີ່ຍັງເຫຼືອຈະໄດ້ລົງທຶນເຂົ້າບັນດາຂົງເຂດຄືສະໜາມບິນ, ບັນດາໂຄງການພະລັງງານໄຟຟ້າ.