ເຂດທະເລຮວາຕູງ
(ພາບ: AFP)
|
(vovworld) – ຍີ່ປຸ່ນ, ຈີນ ຄາດຄະເນຈະເຊື່ອມຕໍ່ການການເຈລະຈາຄວາມໝັ້ນຄົງໃນເດືອນ 4. ການເຈລະຈາຄັ້ງນີ້ຈະສຸມໃສ່ເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈສຳລັບຄວາມໝັ້ນຄົງໃນການເດີນເຮືອ, ໃນສະພາບການ ໂຕກຽວ ກ່າວຫາບັນດາກຳປັ່ນຂອງກຳລັງປ້ອງກັນແຄມທະເລຂອງ ຈີນ (CGG) ລ່ວງລະເມີດເຂດທະເລອ້ອມແອ້ມໝູ່ເກາະ Senkaku ໂດຍ ຍີ່ປຸ່ນ ຄວບຄຸມ ແຕ່ ຈີນກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່າ ຕຽວອີ ໃນທະເລ ຮວາຕູງ ເປັນຫຼາຍຄັ້ງ.
ຄາດວ່າ ໃນການເຈລະຈານີ້, ຍີ່ປຸ່ນ ຈະອະທິບາຍກ່ຽວກັບເລື່ອງ ໂຕກຽວ ປ່ຽນແປງວິທີເຂົ້າໃຈກ່ຽວກັບລັດຖະທຳມະນູນສັນຕິພາບໃນເດືອນ 7 ປີກາຍນີ້, ອະນຸຍາດໃຫ້ປະເທດນີ້ປະຕິບັດສິດປ້ອງກັນລວມໝູ່. ສ່ວນຝ່າຍ ຈີນ ຈະຊອກຫາວິທີເຮັດໃຫ້ບັນດາຫຼັກການກ່ຽວກັບການຮ່ວມມືປ້ອງກັນຊາດ ຍີ່ປຸ່ນ - ອາເມລິກາ ຢ່າງລະອຽດ, ກໍ່ຄືມາດຕາອະນຸຍາດໃຫ້ລັດຖະບານ ຍີ່ປຸ່ນ ຜັນຂະຫຍາຍກຳລັງປ້ອງກັນ (SDF) ຢູ່ຕ່າງປະເທດຖ້າມີຄວາມຈຳເປັນ.