ຍີປຸ່ນຜັນຂະຫຍາຍ ລະບົບລູກສອນໄຟ ຕີສະກັດ
ລູກສອນໄຟຖືກນຳມາຕັ້ງຢູ່ສຳນັກງານກະຊວງປ້ອງກັນຊາດຍີປຸ່ນ
(ພາບ: AP)
|
Vovworld- ລັດຖະບານ ຍີປຸ່ນໄດ້ໃຫ້ຜັນຂະຫຍາຍລະບົບລູກສອນໄຟຕີສະກັດ, ພາຍຫຼັງທີ່ ສ.ປ.ປ.ເກົາຫຼີຖະແຫຼງວ່າ ຈະຍິງລູກສອນໄຟລູກໜຶ່ງໂດຍຕິດດາວທຽມໃນເດືອນ 12 ນີ້ ເຊິ່ງຍີປຸ່ນຖືວ່າ ທາງດ້ານເນື້ອແທ້ແມ່ນການຍິງທົດລອງລູກສອນໄຟນຳວິຖີ. ວັນທີ 2/12, ກຳລັງປ້ອງກັນຕົວຍີປຸ່ນໄດ້ເລີ່ມຜັນຂະຫຍາຍບັນດາກົມກອງເພື່ອຍິງສະກັດບັນດາສິ້ນສ່ວນຈາກ ລູກສອນໄຟຂອງພຽງຢາງ. ມີກົມກອງປ້ອງກັນອາກາດກົມກອງໜຶ່ງໄດ້ເລີ່ມເຄື່ອນຍ້າຍຈາກຄ້າຍທະຫານ Hakusan ຢູ່ແຂວງ ວາກາຢາມາ ໄປຍັງ ກິນາວາ ທາງພາກໃຕ້ຂອງຍີປຸ່ນ. ສ່ວນກົມກອງອື່ນໆຂອງຍີປຸ່ນທີ່ມີການປະກອບລະບົບລູກສອນໄຟຕີສະກັດ PAC-3 ກໍໄດ້ອອກຈາກຖານທີ່ໝັ້ນຕັ້ງຢູ່ 2 ແຂວງ ຊີກາ ແລະ ຟູກູໂອກາ ແລ້ວ. ກະຊວງປ້ອງກັນຊາດຍີ່ປຸ່ນຄາດຄະເນວ່າ ລູກສອນໄຟຂອງ ສ.ປ.ປ.ເກົາຫຼີ ຈະບິນຜ່ານເກາະ ຊາກິຊິມະ ຂອງໂອກິນາວາ.