ເຈົ້າຄອງນະຄອນ Hiroshima ສົ່ງບັນຊີລາຍຊື່ຜູ້ປະສົບເຄາະຮ້າຍຈາກລູກລະເບີດປະລະມານູສະບັບໃໝ່ໃຫ້ແກ່ຜູ້ປະສົວເຄາະຮ້າຍຜູ້ໜຶ່ງ
(ພາບ:AFP)
(vovworld) - ວັນທີ 6/8, ຢູ່ສວນສາທາລະນະອາໄລຫາສັນຕິພາບ, ອຳນາດການປົກຄອງນະຄອນ Hiroshima, ປະເທດ ຍີ່ປຸ່ນ, ໄດ້ຈັດຕັ້ງພິທີອາໄລຫາ 71 ປີແຫ່ງວັນ ອາເມລິກາ ຖິ້ມລະເບີດປະລະມານູລົງນະຄອນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຂອງ 91 ປະເທດໃນໂລກ, ໃນນັ້ນມີບັນດາປະເທດມະຫາອຳນາດດ້ານນິວເຄຼຍຄື: ອາເມລິກາ, ອັງກິດ, ຝຣັ່ງ ແລະ ລັດເຊຍ ກໍ່ຄືສະຫະພາບເອີລົບ (ອີຢູ). ທີ່ພິທີອາໄລຫາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່ຮຽກຮ້ອງລຸ້ນໜຸ່ມໄປຢ້ຽມຢາມນະຄອນເພື່ອຮູ້ສຶກໄດ້ຄວາມເຈັບປວດທີ່ລູກລະເບີດປະລະມານູກໍ່ຂຶ້ນ. ການນຳ ຍີ່ປຸ່ນ ໄດ້ຢຳ້ຄືນບົດບາດຂອງປະເທດນີ້ໃນການຕ້ານການແຜ່ຂະຫຍາຍນິວເຄຼຍດ້ວຍຖານະເປັນປະເທດໜຶ່ງດຽວໃນໂລກຖືກຜົນສະທ້ອນຈາຫບັນດາການບຸກໂຈມຕີນິວເຄຼຍ. ທ່ານ Abe ຢັ້ງຢືນວ່າ: ຍີ່ປຸ່ນ ຮັກສາຫຼັກໝັ້ນ 3 ບໍ່ນັ້ນແມ່ນ: ບໍ່ຜະລິດ, ບໍ່ກຳມະສິດ ແລະ ບໍ່ອານຸຍາດໃຫ້ມີອາວຸດນິວເຄຼຍໃນເຂດດິນແດນ, ພ້ອມທັງເນັ້ນໜັກຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສົນທິສັນຍາຕ້ານການແຜ່ຂະຫຍາຍນິວເຄຼຍ, ຕາມນັ້ນແລ້ວບັງຄັບບັນດາປະເທດເຊັນສັນຍາບໍ່ເດີນຕາມບັນດາໂຄງການນິວເຄຼຍ.