ຍີ່ປຸ່ນແລະຈີນເຫັນດີເຫັນພ້ອມຊຸກຍູ້ການພົວພັນແລກປ່ຽນໃນຫຼາຍຂົງເຂດ
ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga (ຂວາ) ແລະ ທ່ານປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຈີ໋ບິ່ງແຊວນ (ຊ້າຍ)
(ພາບ: Kyodo/TTXVN)
|
(vovworld) – ວັນທີ 10/4, ຍີ່ປຸ່ນ ແລະ ຈີນ ເຫັນດີເຫັນພ້ອມຊຸກຍູ້ການພົວພັນແລກປ່ຽນໃນຫຼາຍຂົງເຂດໃນສະພາບບັນດາການພົວພັນ 2 ຝ່າຍພວມມີສັນຍານປັບປຸງ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມຢູ່ ໂຕກຽວ ກັບຄະນະຜູ້ແທນ ຈີນ ໂດຍທ່ານປະທານຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ (ສະພາແຫ່ງຊາດ) ຈີ໋ບິ່ງແຊວນ ເປັນຫົວໜ້າຄະນະ, ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ Yoshihide Suga ເນັ້ນໜັກຄວາມຈຳເປັນຂອງເລື່ອງຕັ້ງໜ້າຊຸກຍູ້ການເຈລະຈາ ແລະ ແລກປ່ຽນຢ່າງເໝາະສົມກັບບັນດາການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ. ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ: ຈີນ ຫວັງວ່າຊຸກຍູ້ແລກປ່ຽນ 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນການທ່ອງທ່ຽວ ແລະ ພັວພັນແລກປ່ຽນຊາວໜຸ່ມ 2 ປະເທດ.