ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ
(vovworld) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພວມວາງແຜນການຢ້ຽມຢາມ ລາວ ໃນເດືອນ 9 ຈະມາເຖິງເພື່ອເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເຖິງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ຂໍ້ມູນຂ່າວດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຍົກອອກເມື່ອວັນທີ 28/05 ໃນການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ຢູ່ Nagoya ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນັ້ນໜັກວ່າ: ຢາກເພີ່ມທະວີການພົວພັນ 2 ຝ່າຍກັບ ລາວ. ຍີ່ປຸ່ນ ພ້ອມແລ້ວທີ່ຈະຮ່ວມມືກັບ ລາວ ໃນການຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ 5 ປະເທດເປັນສະມາຊິກ ອາຊຽນ ຢູ່ລຽບຕາມແມ່ນ້ຳຂອງ. ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ ຈະເປີດກ້ວາງ ແລະ ເລິກເຊິ່ງກ່ວາອີກ.
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ມີການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ພາຍຫລັງໄດ້ຮັບດຳລົງຕຳແໜ່ງເປັນເວລາ 1 ເດືອນ. ກ່ອນໜ້ານັ້ນ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສິສຸລິດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຈີ7 ເປີດກ້ວາງ ທີ່ສິ້ນສຸດໃນວັນທີ 27/05 ຢູ່ແຂວງ Mie ຂອງຍີ່ປຸ່ນ.