ຍີ່ປຸ່ນແລະສິງກະໂປເຫັນດີຮ່ວມມືມຸ່ງໄປເຖິງການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ວັນທີ 21 ພຶດສະພາ, ໃນການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera ແລະ ຄູ່ຮ່ວມຕຳແໜ່ງສິງກະໂປ Ng Eng Hen ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ

ຍີ່ປຸ່ນແລະສິງກະໂປເຫັນດີຮ່ວມມືມຸ່ງໄປເຖິງການພົບປະຂັ້ນສຸດຍອດອາເມລິກາ-ສປປ.ເກົາຫຼີ - ảnh 1

 ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera

(ພາບ: AFP/TTXVN)

ມຸ່ງໄປເຖິງການພົບປະຂັ້ນສຸດຍອດຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un, ເຊິ່ງຄາດວ່າຈະດຳເນີນໃນເດືອນ ມິຖຸນາ ຈະມາເຖິງຢູ່ສິງກະໂປ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ Ng Eng Hen ໃຫ້ຮູ້ວ່າ, ສິງກະໂປ ໄດ້ກຽມພ້ອມໃຫ້ແກ່ການພົບປະຂັ້ນສຸດຍອດລະຫວ່າງການນຳອາເມລິກາ ແລະ ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ແລ້ວ, ພ້ອມທັງຫວັງວ່າ ການພົບປະຈະນຳມາເຊິ່ງໝາກຜົນຢ່າງຕັ້ງໜ້າ.

      ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Onodera ໃຫ້ຮູ້ວ່າ, ການພົບປະຈະມາເຖິງ ຄວນນຳໄປສູ່ເລື່ອງສປປ.ເກົາຫຼີ ດຳເນີນບັນດາການກະທຳລະອຽດເພື່ອມຸ່ງໄປເຖິງຄາດໝາຍປະລະລູກສອນໄຟນຳວິຖີ ແລະ ອາວຸດລ້າງຜານທັງໝົດ “ຢ່າງໝົດກ້ຽງ, ເຊິ່ງສາມາດພິສູດໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ