ຍີ່ປຸ່ນໜູນຊ່ວຍຫວຽດນາມເພີ່ມທະວີກຳລັງຄວາມສາມາດຄຸ້ມຄອງສິ່ງແວດລ້ອມນ້ຳຍູ່ເຂດຍານລຸ່ມແມ່ນ້ຳ
(ພາບປະກອບ: TTXVN)
(vovworld) - ວັນທີ 1/12, ທີ່ກອງປະຊຸມຄະນະຊີ້ນຳໂຄງການ ລະຫວ່າງ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ອົງການໄຈກ້າ ( ຍີ່ຢຸ່ນ ), ທ່ານ ຫວໍຕ໋ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ: ນີ້ແມ່ນໂຄງການຮ່ວມມືລະຫວ່າງສອງລັດຖະບານຫວຽດນາມ ແລະ ຍີ່ປຸ່ນ ກ່ຽວກັບ “ການເພີ່ມທະວີກຳລັງຄວາມສາມາດໃນການຄຸ້ມຄອງສິ່ງແວດລ້ອມນ້ຳເຂດຍ່ານລຸ່ມແມ່ນ້ຳ”. ໂຄງການເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດໃນການກໍ່ສ້າງ ແລະ ປະຕິບັດກົດໝາຍ, ຍົກສູງຄວາມສາມາດໃນການປະຕິບັດກົດໝາຍໃຫ້ພະນັກງານຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໃນນັ້ນມີພະນັກງານຢູ່ຂັ້ນທ້ອງຖິ່ນ. ໂຄງການຈະໜູນຊ່ວຍຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສິ່ງແວດລ້ອມເຂດຍ່ານລຸ່ມແມ່ນ້ຳ, ປະກອບສ່ວນນຳກົດໝາຍວ່າດ້ວຍການຮັກສາສິ່ງແວດລ້ອມ ປີ 2014 ເຂົ້າສູ່ຕົວຈິງ.
ບັນດານັກຊ່ຽວຊານຍີ່ປຸ່ນຖືວ່າ: ຝ່າຍໄຈກ້າ ຈະພະຍາຍາມສ່ອງແສງຢ່າງສຸດຂີດກ່ຽວກັບດ້ານເຕັກນິກ ແລະ ປະສົບການ ເຂົ້າໃນບັນດາການເຄື່ອນໄຫວຂອງໂຄງການ ເພື່ອຊ່ວຍຫວຽດນາມຮັດແຄບຊ່ອງຫວ່າງ ແລະ ປັບປຸງສະພາບແວດລ້ອມນ້ຳເຂດຍ່ານລຸ່ມແມ່ນ້ຳ ໃຫ້ມີປະສິດທິຜົນທີ່ສຸດ. ໄລຍະການຄຸ້ມຄອງສິ່ງແວດລ້ອມນ້ຳເຂດຍ່ານລຸ່ມແມ່ນ້ຳແມ່ນປະຕິບັດຕາມແບບວິທີຄຸ້ມຄອງສັງລວມຊັບພະຍາກອນນ້ຳ ຄວນສ້າງກົນໄກປະສານສົມທົບໃໝ່ຢູ່ບັນດາແມ່ນ້ຳລະຫວ່າງແຂວງ ດ້ວຍສິດອຳນາດ ແລະ ຄວາມຮັບຜິດຊອບອະພິປາຍຫຼາຍກວ່າ.