ຍີ່ປຸ່ນ ຕີລາຄາສູງຄວາມມານະພະຍາຍາມຂອງ ສ.ເກົາຫຼີ ແນໃສ່ຊຸກຍູ້ ສປປ.ເກົາຫຼີ ປອດນິວເຄຼຍ

(VOVWORLD) - ວັນທີ 29 ມີນາ, ລັດຖະບານ ຍີ່ປຸ່ນ ໄດ້ອອກສຽງຊົມເຊີຍເລື່ອງ 2 ພາກເກົາຫຼີ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດໃນວັນທີ 27 ເມສາ ຈະມາເຖິງ, ເຖິງຢ່າງໃດກໍ່ຕາມ, ໂຕກຽວ ຍັງຄົງຕິດຕາມຢ່າງໃກ້ຊິດບັນດາການກະທຳລະອຽດຂອງພຽງຢາງ ແນໃສ່ກ້າວໄປເຖິງການປອດນິວເຄຼຍຢູ່ແຫຼມເກົາຫຼີ.
ຍີ່ປຸ່ນ ຕີລາຄາສູງຄວາມມານະພະຍາຍາມຂອງ ສ.ເກົາຫຼີ ແນໃສ່ຊຸກຍູ້ ສປປ.ເກົາຫຼີ ປອດນິວເຄຼຍ - ảnh 1 ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Cho Myoung-gyon (ຂວາ) ແລະ ທ່ານປະທານ ທ່ານປະທານຄະນະກຳມະການເອກະພາບສັນຕິພາບ ສປປ.ເກົາຫຼີ Ri Son-gwon ພາບ: YONHAP/TTXVN

ກ່າວຄຳເຫັນທີ່ການປະຊຸມຂ່າວ, ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ທ່ານ Yoshihide Suga ຕີລາຄາສູງຄວາມມານະພະຍາຍາມຂອງສ.ເກົາຫຼີ ໃນການຊຸກຍູ້ສປປ.ເກົາຫຼີ ມີບັນດາບາດກ້າວລະອຽດ ແນໃສ່ປອດນິວເຄຼຍທີ່ການພົບປະເຈລະຈາຂັ້ນສູງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຕອນເຊົ້າຂອງວັນດຽວກັນ. ທ່ານ Suga ເນັ້ນໜັກວ່າ ລັດຖະບານຍີ່ປຸ່ນ ຈະສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບດ້ານນະໂຍບາຍກັບອາເມລິກາ ແລະ ສ.ເກົາຫຼີ, ລວມມີການຢ້ຽມຢາມອາເມລິກາຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃນເດືອນເມສາ ຈະມາເຖິງ, ເພື່ອຮັບປະກັນວ່າ ສປປ.ເກົາຫຼີ ມີບັນດາການກະທຳລະອຽດ ມຸ່ງໄປເຖິງການປອດນິວເຄຼຍ ພາຍຫລັງການພົບປະເຈລະຈາຄັ້ງສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ອາເມລິກາ - ສປປ.ເກົາຫຼີ.

        ໃນຂະນະນັ້ນ, ກ່າວຄຳເຫັນທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ຢັ້ງຢືນວ່າ ປະເທດນີ້ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບປະຊາຄົມສາກົນ ເພື່ອໃຫ້ສປປ.ເກົາຫຼີ ຕ້ອງມີບັນດາການກະທຳລະອຽດ ມຸ່ງໄປເຖິງການ ປອດນິວເຄຼຍຢູ່ແຫຼມເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ