ຍີ່ປຸນ, ສ.ເກົາຫຼີ ແລະ ຈີນ ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ

ຍີ່ປຸນ, ສ.ເກົາຫຼີ ແລະ ຈີນ ຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ຝ່າຍ - ảnh 1
ກອງ​ປະ​ຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ 3 ຝ່າຍ
( ພາບຈາກອີນເຕີແນດ )

( vovworld ) – ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໃຫ້​ຮູ້​ເມື່ອ​ວັນ​ທີ 29/3 ວ່າ, ປະ​ເທດ​ນີ້​ຈະ​ພ້ອມ​ກັບ​ຍີ່ປຸ່ນ ​ແລະ ຈີນ ຈັດ​ຕັ້ງ​ກອງ​ປະ​ຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ 3 ຝ່າຍ ​ໃນ​ວັນ​ທີ 8/4 ທີ່​ຈະ​ມາ​ເຖິງ, ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ພາກ​ພື້ນ ​ແລ​ະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ ທ່ານ Cho Byung – Jae ​ໃຫ້​ຮູ້​ວ່າ, ກອງ​ປະ​ຊຸມ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ໜິງຊານ ​ແຂວງ ​ເຈີ​ຈຽງ ປະ​ເທດ​ຈີນ. ນີ້​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 6 ລະຫວ່າງ 3 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ເຊິ່ງ​ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ພາກ​ພື້ນ​ພວມ​​ເພີ່ມ​ຄວາມ​​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂ້ອງ​ເຖິງ​​ແຜນການ ສປປ.​ເກົາຫຼີ ຍິງ​ດາວ​ທຽມ​ໃນ​ກາງ​​ເດືອນ​ໜ້າ. ຕາມ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາ​ຫຼີ, ​ແຜນການ​ດັ່ງກ່າວ​ບໍ່​ນອນ​ໃນ​ໂຄງການ​ດຳ​ເນີນ​ງານຢ່າງ​ເປັນ​ທາງ​ການ​ຂອງ 3 ຝ່າຍ, ​ແຕ່​ຈະ​ປຶກສາ​ຫາລື​ໃນ​ບັນດາ​ການ​ເຈລະຈາສອງ​ຝ່າຍ.

ຂ່າວ/ບົດ​ອື່ນ