ຍີປຸ່ນ, ອາເມລິກາ ປຶກສາຫາລືກ່ຽວກັບບັນຫານິວເຄຼີຍ ຂອງສປປ.ເກົາຫຼີ

ຍີປຸ່ນ, ອາເມລິກາ ປຶກສາຫາລືກ່ຽວກັບບັນຫານິວເຄຼີຍ ຂອງສປປ.ເກົາຫຼີ - ảnh 1
( ທ່ານ Glyn Daves ແລະ ທ່ານ Shinsuke Sugiyama )
( ພາບຈາກ Reuters )

( vovworld ) -   ວັນ​ທີ 26/2, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຍີ​ປຸ່ນ ​ແລະ ອາ​ເມ​ລິ​ກາ​ໄດ້​ມີ​ການປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ​ນິວ​ເຄຼີຍຂອງ​ສປປ​.ເກົາຫຼີ. ຜູ້ຕາງໜ້າ​​ພິເສດ​ຂອງ​ອາ​ເມ​ລິ​ກາ ​ກ່ຽວ​ກັບ​ນະ​ໂຍບາຍທີ່​ມີ​ຕໍ່​ສປປ.​ເກົາຫຼີ ທ່ານ Glyn Daves ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທູ​ດພິ​ເສດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ຍີ​ປຸ່ນ ທ່ານ Shinsuke Sugiyama ຢູ່ໂຕ​ກ່ຽວ ​ເພື່ອ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ເຈລະຈາ​ໂດຍ​ກົງ​ເມື່ອ​ວັນທີ 24/2 ຢູ່​ປັກ​ກິ​ງ ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ສປປ.​ເກົາຫຼີ, ກໍ່​ຄື​ການ​ແລກປ່ຽນທັດສະນະ​ກ່ຽວ​ກັບ​ແງ່​ຫວັງ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່​ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ປອດ​ນິວ​ເຄຼີຍ​ໃນ​​ແຫຼມ​ເກົາຫຼີ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາ, ທ່ານ Sugiyama ​ຢືນຢັນ​ວ່າ ຍີ​ປຸ່ນ, ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ​ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແກ້​​ໄຂ​ບັນຫາ​ນິວ​ເຄຼີຍຂອງ​ສປປ.​ເກົາຫຼີ. ສ່ວນ​ທ່ານ Davies ​ໃຫ້​ຮູ້​ວ່າ ບັນດາ​ການ​ເຈລະຈາ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສປປ.​ເກົາຫຼີ ຈະ​ບໍ່​ໄດ້ຣັບການຈັດ​ຂື້ນ​ຖ້າ​ຫາກ​ວ່າ​ວໍ​ສິງ​ເຕັນ ​ແລະ ພຽງ​ຢາງ​ບໍ່​ບັນລຸ​ໄດ້​ຄວາມ​ຄຶບໜ້າ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼີຍຂອງ​ສປປ.​ເກົາຫຼີ.
ຂ່າວ/ບົດ​ອື່ນ