ຍີ່ປຸ່ນ ແລະ ລັດເຊຍ ເຫັນດີສືບຕໍ່ການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບ

ຍີ່ປຸ່ນ ແລະ ລັດເຊຍ ເຫັນດີສືບຕໍ່ການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ແລະ ປະທານາທິບໍດີ ລັດ​ເຊຍ Vladimir Putin
ພາບ:internet

(vovworld)- ວັນ​ທີ 28/12, ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ໄດ້​ເຫັນ​ດີ​ກັບ​ປະທານາທິບໍດີ ລັດ​ເຊຍ Vladimir Putin ກ່ຽວ​ກັບ​ການ​​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວຂ້ອງ​ເຖິງ​ສົນທິສັນຍາ​ສັນຕິພາບ ຊຶ່ງ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ຍ້ອນ​ການ​ພິພາດໝູ່​ເກາະ Kuril ​ໃຕ້. ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ Putin, ທ່ານ Shizo Abe ​ໄດ້​ຕົກລົງ​ຈະ​ໄປ​ຢ້ຽມຢາມ​ລັດ​ເຊຍ​ໃນ​ຈຸດ​ເວລາ​ເໝາະ​ສົມ​ໃນ​ປີ 2013. ທ່ານນາຍົກລັດຖະມົນຕີ ຍີ່​ປຸ່ນ ​ເວົ້າ​ວ່າ: ສອງ​ປະ​ເທດ ຍີ່​ປຸນ ​ແລະ ລັດ​ເຊຍ ຄວນ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊອກ​ຫາ​ມາດ​ຕະການ​ທີ່​ ສອງ​ຝ່າຍ​ອາດ​ຈະ​ຮັບ​ຮູ້​ໄດ້​ສຳລັບ​ການ​ພິພາດ​ດັ່ງກ່າວ. ສ່ວນ​ທ່ານປະທານາທິບໍດີ Putin ຖື​ວ່າ: ຄວນ​ມີ​ຄຳ​ສັ່ງ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ເພື່ອ​ປະຕິບັດ ​ວິວັດ​ການ​ກ່ຽວຂ້ອງ​ເຖິງ​ສົນທິສັນຍາ​ສັນຕິພາບ.

ຂ່າວ/ບົດ​ອື່ນ