ຍີ່​ປຸ່​ນ ແລະ ສ.ເກົາຫຼີ ຈັດ​ການ​ເຈ​ລະ​ຈາ​ການ​ຄ້າ​ຂັ້ນ​ສູງ​ຄັ້ງທຳ​ອິດ​ພາຍ​ໃນ 3 ປີ​ທີ່​ຜ່ານ​ມາ

(VOVWORLD) -ກອງປະຊຸມຄັ້ງທຳອິດລະຫວ່າງເຈົ້າໜ້າທີ່ຂັ້ນສູງ ຍີ່ປຸ່ນ ແລະ ສ.ເກົາຫຼີນັບແຕ່ເມື່ອ ຍີ່ປຸ່ນຈັດວາງການຄວບຄຸມຕໍ່ການສົ່ງອອກບັນດາວັດຖຸດິບເຕັກໂນໂລຢີສູງໄປຍັງປະເທດບ້ານໃກ້ເຮືອນຄຽງໃນຕົ້ນເດືອນ ກໍລະກົດ, ໄດ້ດຳເນີນໃນວັນທີ 16 ທັນວາ ຢູ່ ນະຄອນຫຼວງ ໂຕກຽວ, ປະເທດຍີ່ປຸ່ນ.

ຍີ່​ປຸ່​ນ ແລະ ສ.ເກົາຫຼີ ຈັດ​ການ​ເຈ​ລະ​ຈາ​ການ​ຄ້າ​ຂັ້ນ​ສູງ​ຄັ້ງທຳ​ອິດ​ພາຍ​ໃນ 3 ປີ​ທີ່​ຜ່ານ​ມາ - ảnh 1ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yon ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe 

(ພາບ: Yonhap/TTXVN)

ໃນການເຈລະຈາທີ່ແກ່ຍາວມາເປັນເວລາກ່ວາ 10 ຊົ່ວໂມງ, ບັນດາເຈົ້າໜ້າທີ່ ຂອງສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາທີ່ກ່ຽວຂ້ອງເຖິງລະບົບຄວບຄຸມການສົ່ງອອກຂອງແຕ່ລະປະເທດ, ລວມມີຂໍ້ກຳນົດກ່ຽວກັບບັນດາເຕັກໂນໂລຢີທີ່ສະດຸ້ງໄວ.

ຝ່າຍຍີ່ປຸ່ນໃຫ້ຮູ້ວ່າ ໄດ້ບັນລຸຄວາມຄືບໜ້າ ທີ່ດີ ແລະ ການເຈລະຈາຄັ້ງຕໍ່ໄປຈະໄດ້ດຳເນີນຢູ່ ເຊີອູນໃນ ເວລາອັນໃກ້ໆນີ້, ພ້ອມທັງຢັ້ງຢືນວ່າ ໃນສະພາບການຄວາມໝັ້ນຄົງຂອງ ໂລກຄືໃນປັດຈຸບັນ, ເລື່ອງຊຸກຍູ້ການຄວບຄຸມການສົ່ງອອກ, ເປັນຕົ້ນແມ່ນສິນຄ້າປະເພດທີ່ສະດຸ້ງໄວແມ່ນຈຳເປັນທີ່ສຸດ.

ສ່ວນກະຊວງການຄ້າ ສ.ເກົາຫຼີ ໃຫ້ຮູ້ວ່າ ສອງຝ່າຍໄດ້ບັນລຸ “ຄວາມຮັບຮູ້ລວມ” ແລະ ຕ້ອງປະຕິບັດການຄວມຄຸມລະບົບສົ່ງອອກໃຫ້ມີປະສິດທິຜົນ, ສືບຕໍ່ເຈລະຈາເພື່ອແກ້ໄຂບັນດາບັນຫາທີ່ພົ້ນເດັ່ນ.

ການພົບປະໄດ້ດຳເນີນກ່ອນຈັດກອງປະຊຸມສຸດຍອດ ເຊິ່ງໄດ້ຂຶ້ນແຜນຈາກທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃນອາທິດຈະມາເຖິງຢູ່ ປະເທດຈີນ, ເມື່ອ 3 ປະເທດເລີ່ມຕົ້ນການເຈລະຈາດ້ວຍຄວາມຫວັງຈະຊຸກຍູ້ການແກ້ໄຂບັນດາບັນຫາທີ່ພວມໂຕ້ຖຽງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ