ຍີ່ປຸ່ນ ແລະ ສ ເກົາຫຼີ ຈັດການ ໂອ້ລົມສົນທະນາຍຸດທະສາດ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Chikao Kawai
(ພາບ: AFP)
(vovworld) - ທີ່ການໂອ້ລົມສົນທະນາຍຸດທະສາດຄັ້ງທີ 12 ລະຫວ່າງ ຍີ່ປຸ່ນ ແລະ ສ ເກົາຫຼີ ຖືກຈັດຂຶ້ນໃນວັນທີ 10/1 ຢູ່ ໂຕກຽວ, ຮອງລັດຖະມົນຕີການຕ່າງປະເທດ 2 ປະເທດໄດ້ເຫັນດີເປັນເອກະພາບຮ່ວມມືສ້າງ, ປັບປຸງສາຍພົວພັນຕ່າງໆ. ນີ້ແມ່ນການໂອ້ລົມສົນທະນາຂັ້ນສູງທຳອິດນັບແຕ່ເມື່ອ 2 ປະເທດລ້ວນແຕ່ມີການນຳຄົນໃໝ່ ເມື່ອເດືອນກ່ອນ ເຊິ່ງຝ່າຍຍີ່ປຸ່ນ ແມ່ນທ່ານນາຍົກລັດຖະມົນຕີ Shinzo Abe ສ່ວນຝ່າຍ ສ ເກົາຫຼີ ແມ່ນທ່ານນາງປະທານາທິບໍດີ Park Geun – Hye. ຕາມແຈ້ງຂ່າວຂອງກະຊວງການຕ່າງປະເທດ ຍີ່ປຸ່ນ ແລ້ວ, 2 ຝ່າຍໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບວິທີຊຸກຍູ້, ເພີ່ມທະວີການພົວພັນຕ່າງໆລະຫວ່າງ ຍີ່ປຸ່ນ - ສ ເກົາຫຼີ ກ່ວາອີກ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Chikao Kawai ໄດ້ແລກປ່ຽນກັບຄູ່ຕຳແໜ່ງຝ່າຍ ສ ເກົາຫຼີ ທ່ານ Ahn Ho Young ວ່າ: 2 ປະເທດແບ່ງປັນ “ບັນດາຄຸນຄ່າ ແລະ ຜົນປະໂຫຍດພື້ນຖານ”. ທ່ານ Kawaiສະເໜີໃຫ້ 2 ຝ່າຍຮ່ວມມື ເພື່ອສ້າງການພົວພັນ “ມຸ້ງໄປສູ່ອະນາຄົດ” ໂດຍບໍ່ຫົວຊາຕໍ່ “ບັນດາບັນຫາທີ່ຫຍຸ້ງຍາກ”. ທ່ານຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ກໍຖືວ່າ: 2 ຝ່າຍຄວນສືບຕໍ່ດຳເນີນບັນດາການທາບທາມຄວາມເຫັນຢ່າງແໜ້ນແຟ້ນພາຍຫຼັງທັງ 2 ຝ່າຍລ້ວນແຕ່ມີລັດຖະບານໃໝ່. ທີ່ການໂອ້ລົມສົນທະນາ, 2 ຝ່າຍກໍ່ເຫັນດີເປັນເອກະພາບກັນຮັກສາ, ເພີ່ມທະວີການຮ່ວມມືລະຫວ່າງ ຍີ່ປຸ່ນ, ສ ເກົາຫຼີ ແລະ ອາເມລິກາ ໃນ ບັນຫາ ສປປ ເກົາຫຼີ.