ຍີ່ປຸ່ນ ແລະ ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ເສດຖະກິດ
(ພາບປະກອບ: AFP/TTXVN)
(vovworld) – ຍີ່ປຸ່ນ ແລະ ອິນໂດເນເຊຍ ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ ແລະ ເສດຖະກິດ, ຕາມນັ້ນແລ້ວ, ໂຕກຽວ ຈະສະໜອງໃຫ້ປະເທດອາຊີຕາເວັນອອກສ່ຽງໃຕ້ນີ້ ບັນດາບ້ວງເງິນກູ້ຍືມດ້ວຍຄ່າດອກເບ້ຍຕໍ່າ ທີ່ມີມູນຄ່າເກືອບ 1,2 ຕື້ USD, ເພື່ອກໍ່ສ້າງລະບົບຄົມມະນາຄົມທີ່ທັນສະໄໝ ແລະ ມີຂອບຂະໜາດໃຫຍ່ຢູ່ນະຄອນຫຼວງ ຈາກາກຕາ.
ທີ່ການເຈລະຈາດຳເນີນໄປໃນວັນທີ 23/3, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຊົມເຊີຍເລື່ອງ 2 ປະເທດເຊັນຂໍ້ຕົກລົງຮ່ວມມືດ້ານປ້ອງກັນປະເທດ. 2 ຝ່າຍເຫັນດີຈັດຕັ້ງ “ເວທີປາໄສການເດີນທະເລຍີ່ປຸ່ນ - ອິນໂດເນເຊຍ” ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດການເດີນທະເລ ໃນນັ້ນມີການຮັບປະກັນຄວາມປອດໄພໃນການເດີນທະເລ. ນອກຈາກນັ້ນ, ການນຳ 2 ທ່ານກໍ່ເຫັນດີສ້າງຕັ້ງກົນໄກຂັ້ນລັດຖະມົນຕີວ່າການ ເພື່ອແນໃສ່ຊູກຍູ້ການຮ່ວມມືດ້ານເສດຖະກິດ ແລະ ອຸດສາຫະກຳ, ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາປະຕິບັດແຜນການຊຸກຍູ້ການເຈລະຈາລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແລະ ການຕ່າງປະເທດ ຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານນາຍົກລັດຖະມົນຕີ Abe ແລະ ອະດີດປະທານາທິບໍດີອິນໂດເນເຊຍ Susilo Bambang Yudhoyono ເມື່ອເດືອນ 12/2013, ດ້ວຍຊື່ວ່າ ການເຈລະຈາປ້ອງກັນຄວາມສະຫງົບ 2+2. ປະຈຸບັນ 2 ປະເທດຍັງບໍ່ທັນດຳເນີນການເຈລະຈາດັ່ງກ່າວ.
ໃນຄວາມມານະພະຍາຍາມຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Jokowi ຮຽກຮ້ອງໃຫ້ຈີນ ແລະ ອາຊຽນ ຍູ້ແຮງການທາບທາມຄວາມເຫັນມຸ່ງໄປເຖິງການສ້າງສຳເລັດປະມວນຂ້ໍກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC), ພ້ອມທັງກະຕຸກຊຸກຍູ້ປັກກິງ ພ້ອມກັບບັນດາຝ່າຍອື່ນຖະແຫຼງປະເທດອະທິປະໄຕຈົ່ງລະງັບໃຈ ແລະ ແກ້ໄຂບັນຫາໂດຍອີງໃສ່ກົດໝາຍສາກົນ.