ຍີ່ປຸ່ນ ໜູນຊ່ວຍກຳປູເຈຍ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ
(ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
ເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe)
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມທົ່ວໂລກຄັ້ງທີ 3 ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດຢູ່ນະຄອນ Sendai, ປະເທດ ຍີ່ປຸ່ນ. ວັນທີ 15/03, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືກ່ຽວກັບຄວາມປາດຖະໜາຂອງ 2 ຝ່າຍ, ໃນນັ້ນມີການສ້າງສາຍການບິນໂດຍກົງ. ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ, ໂຕກຽວ ຈະສະໜອງໃຫ້ ພະນົມເປັນ ບ້ວງເງິນກູ້ຢືມດ້ວຍດອກເບ້ຍຕໍ່າທີ່ມີມູນຄ່າປະມານ 160 ລ້ານ USD ເພື່ອຊ່ວຍໃຫ້ປະເທດນີ້ ຍົກລະດັບທາງຫຼວງເລກ 5, ເຊິ່ງເປັນເສັ້ນທາງສຳຄັນໃນພາກພື້ນແມ່ນ້ຳຂອງ. ນາຍົກລັດຖະມົນຕີ 2 ທ່ານໄດ້ເນັ້ນໜັກເຖິງການຮ່ວມມືເພື່ອແນໃສ່ມຸ່ງໄປເຖິງກອງປະຊຸມຂັ້ນສູງ ເຊິ່ງຈະຈັດຂຶ້ນໃນວັນທີ 04/07 ຢູ່ໂຕກຽວ ລະຫວ່າງ ຍີ່ປຸ່ນ ກັບ 5 ປະເທດສະມາຊິກອາຊຽນ ໃນພາກພື້ນແມ່ນ້ຳຂອງ (ລວມມີ ຫວຽດນາມ, ໄທ, ລາວ, ກຳປູເຈຍ, ມຽນມາ). ທີ່ກອງປະຊຸມຄັ້ງນີ້, ບັນດາການນຳຈະວາງແຜນຍຸດທະສາດໃໝ່ເພື່ອໃຫ້ຍີ່ປຸ່ນ ປະກອບສ່ວນເຂົ້າໃນການພັດທະນາຂອງພາກພື້ນແມ່ນ້ຳຂອງ ພາຍຫຼັງປີ 2015 ຢ່າງໝັ້ນຄົງ.