ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນວຽກງານປົກປ້ອງສິດທິຂອງເດັກ

(VOVWORLD) -ທີ່ພິທີຍ້ອງຍໍຊົມເຊີຍບັນດາແບບຢ່າງທີ່ດີເດັ່ນໃນວຽກງານປົກປ້ອງສິດທິຂອງເດັກໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ ເພື່ອແນໃສ່ເຊີດຊູ, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນວຽກງານປົກປ້ອງສິດທິເດັກ.
ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນວຽກງານປົກປ້ອງສິດທິຂອງເດັກ - ảnh 1 ພິທີຍ້ອງຍໍຊົມເຊີຍໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ

  ໃນ 10 ປີຜ່ານມາ, ສະມາຄົມປົກປ້ອງສິດທິເດັກ ຫວຽດນາມ ແລະ ບັນດາສະມາຄົມຢູ່ທ້ອງຖິ່ນໄດ້ມານະພະຍາຍາມປະກອບສ່ວນດ້ານຈິດໃຈ, ພູມປັນຍາ ແລະ ນັບທັງວັດຖຸ, ງົບປະມານເພື່ອແນໃສ່ນຳມາເຊິ່ງໃຫ້ເດັກນ້ອຍ ຫວຽດນາມ ມີການດຳລົງຊີວິດດີງາມກ່ວາ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບເດັກນ້ອຍ ສະເໜີວ່າ ໃນໄລຍະຈະມາເຖິງ, ສະມາຄົມປົກປ້ອງສິດທິເດັກ ຫວຽດນາມ ຄວນສືບຕໍ່ສຸມໃສ່ປົກປ້ອງເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ຖືກທາລຸນທາງເພດ, ພ້ອມທັງເປີດກ້ວາງການເຄື່ອນໄຫວປົກປ້ອງເດັກ, ເຮັດແນວໃດເພື່ອໃຫ້ເດັກນ້ອຍທຸກຄົນຮູ້ຈັກເຖິງສິດຂອງຕົນ:

        “ຂ້າພະເຈົ້າຫວັງວ່າ, ເດັກນ້ອຍທຸກຄົນລ້ວນແຕ່ໄດ້ຮັບການປົກປ້ອງ ເພື່ອໃຫ້ພວກນ້ອງໄດ້ຮັບການເບິ່ງແຍງດູແລດີກ່ວາອີກ. ເພື່ອປະຕິບັດວຽກງານດັ່ງກ່າວໃຫ້ໄດ້, ພວກເຮົາຄວນເພີ່ມທະວີການສົມທົບ, ກ່ອນອື່ນໝົດແມ່ນບັນດາກະຊວວງ, ຂະແໜງການໃນລະບົບຂອງລັດ, ບໍ່ພຽງແຕ່ຂັ້ນສູນກາງເທົ່ານັ້ນ, ຫາກຍັງຢູ່ຂັ້ນຮາກຖານອີກດ້ວຍ.”

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນມີຜົນງານດີເດັ່ນໃນວຽກງານປົກປ້ອງສິດທິເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ