ຍາມໃດຫວຽດນາມກໍ່ເຮັດຈົດສຸດຄວາມ ສາມາດຂອງຕົນ ປະກອບສ່ວນເພື່ອ ສັນຕິພາບຂອງ ສປຊ
ນາຍທະຫານ ຫວຽດນາມ 2 ທ່ານໄປປະຕິບັດງານຢູ່ ຊູດັງໃຕ້
(ພາບ: Tin tức)
(vovworld) – ພິທີສະເໜີຕົວສູນຮັກສາສັນຕິພາບ ຫວຽດນາມ ແລະ ພິທີເສົ່ງນາຍທະຫານ ຫວຽດນາມ 2 ຄົນ ທຳອິດໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້, ຖືກດຳເນີນໃນວັນທີ 27/5, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງສຳຄັນ, ເປັນຂີດໝາຍການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ ຢ່າງເປັນທາງການ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: “ສັນຕິພາບພຽງແຕ່ຮັກສາໄວ້ເມື່ອບັນດາການກະທຳພຽງລຳພັງຝ່າຍດຽວທີ່ຜິດກົດໝາຍສາກົນ ຕ້ອງໄດ້ຮັບການຕໍ່ສູ້ ແລະ ລົບລ້າງໄປ. ແລະທຸກປະເທດລ້ວນແຕ່ເຄົາລົບເອກະລາດ, ອະທິປະໄຕຂອງກັນ, ພ້ອມກັນແບ່ງປັນຄວາມຮັບຜິດຊອບຮັກສາສັນຕິພາບດ້ວຍບັນດາການກະທຳທີ່ແທດຈິງ, ລະອຽດ”.
ເມື່ອຢັ້ງຢືນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມສັນຕິພາບຂອງ ສປຊ ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ດ້ວຍເຫດການນີ້, ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເປັນທາງການ, ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກມາກັບປະຊາຄົມໂລກ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ເດັດດຽວແນວທາງການຕ່າງປະເທດສັນຕິພາບ, ຮ່ວມມື, ພັດທະນາ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຢັ້ງຢືນ ຫວຽດນາມແມ່ນປະເທດສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມໂລກ. ສິ່ງດັ່ງກ່າວເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ໃນວິວັດຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຂອງປະເທດ ແລະ ກອງທັບ ຫວຽດນາມ.