ຍາມໃດ EU ກໍ່ຖືເປັນສຳຄັນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ
ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ແລະ
ທ່ານປະທານ EC, Donald Tusk
(ພາບ: vietnamplus.vn)
(vovworld) – ວັນທີ 29/04, ທີ່ສຳນັກງານຄະນະກຳມະການເອີລົບ (EC), ຢູ່ບຣຸກແຊນ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັບແຫ່ງ ສສ.ຫວຽດນາມ ປະຈຳແບນຊິກ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະພາບເອີລົບ (EU) ເວືອງເທື່ອຟອງ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ເຈືອງເຕີນຊາງ ຕໍ່ທ່ານປະທານ EC, Donald Tusk. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໄດ້ຍົກອອກບົດບາດຂອງ EU ເຊິ່ງປະຈຸບັນພວມແມ່ນຄູ່ຄ້າລາຍໃຫຍ່ອັນດັບ 2, ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງຫວຽດນາມ. ພ້ອມທັງ EU ກໍ່ແມ່ນຄູ່ຮ່ວມມືອັນດັບໜຶ່ງກ່ຽວກັບການຮ່ວມມືພັດທະນາ ແລະ ການລົງທຶນ, ນັກອຸປະຖຳໃຫ້ແກ່ການພັດທະນາ, ຊ່ວຍເຫຼືອລາໃຫຍ່ກວ່າໝູ່ໃຫ້ແກ່ຫວຽດນາມ.
ທ່ານປະທານ EC, Donald Tusk ຢືນຢັນວ່າ, ຍາມໃດ EU ກໍ່ຖືເປັນສຳຄັນຊຸກຍູ້ການພົວພັນຢ່າງມີປະສິດທິຜົນກັບຫວຽດນາມ ໃນການພົວພັນ 2 ຝ່າຍ ກໍ່ຄືໃນຂອບເຂດບັນດາກົນໄກຫຼາຍຝ່າຍ EU – ASEAN, ASEM ແລະ ບັນດາເວທີປາໄສສາກົນອື່ນໆ. ທ່ານປະທານ EC ສະແດງຄວາມເຊື່ອໝັ້ນວ່າ, 2 ຝ່າຍຈະສຳເລັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີ (EVFTA) ໂດຍໄວ, ສ້າງເງື່ອນໄຂສະດວກເພື່ອນຳການພົວພັນລະຫວ່າງ EU - ຫວຽດນາມ ໃຫ້ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ.