ຍູ້ແຮງການປະຕິບັດແຜນຮ່າງບູລະນະຄະນະກຳມະການແມ່ນ້ຳຂອງຫວຽດນາມ

(VOVWORLD) -ກອງປະຊຸມສະຫຼຸບວຽກງານປີ 2018 ແລະ ແຜນການປະຕິບັດງານ 2019 ຂອງຫ້ອງການປະຈຳການຄະນະກຳມະການແມ່ນ້ຳຂອງຫວຽດນາມ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ) ໄດ້ດຳເນີນໃນຕອນບ່າຍວັນທີ 25 ທັນວາ, ຢູ່ຮ່າໂນ້ຍ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການຂອງກະຊວງ ໄດ້ສະເໜີແຜນການຜັນຂະຫຍາຍທິດທາງ, ໜ້າທີ່ປີ 2019 ຂອງຫ້ອງການ, ໃນນັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນຮ່າງບູລະນະຄະນະກຳມະການແມ່ນ້ຳຂອງຫວຽດນາມ; ສືບຕໍ່ຕິດແທດກັບສະພາບການຂຸດຄົ້ນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳ ແລະ ບັນດາແຫຼ່ງຊັບພະຍາກອນທີ່ກ່ຽວຂ້ອງຢູ່ເຂດແມ່ນ້ຳຂອງຕອນລຸ່ມ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມືສາກົນ; ຍົກສູງກຳລັງເຈລະຈາສາກົນ ແລະ ຄຸນນະທາດໃນການຕໍ່ສູ້ປົກປ້ອງສິດຜົນປະໂຫຍດແຫ່ງຊາດໃຫ້ແກ່ຖັນແຖວພະນັກງານເຂົ້າຮ່ວມບັນດາການເຄື່ອນໄຫວຂອງການຮ່ວມມືແມ່ນ້ຳຂອງໂດຍກົງ… ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເລກົງແທັ່ງ, ເນັ້ນໜັກວ່າ, ໃນປີ 2019, ຫ້ອງການຄວນປະຕິບັດວຽກງານສື່ມວນຊົນໃຫ້ເປັນຢ່າງດີກວ່າ ເພື່ອໃຫ້ປະຊາຊົນຕະຫຼອດຮອດການນຳທຸກຂັ້ນ ມີຄວາມເຂົ້າໃຈວຽກງານຂອງຄະນະກຳມະການແມ່ນ້ຳຂອງຫວຽດນາມ ໄດ້ ແລະ ພວມເຮັດໄດ້, ໃກ້ຊິດຕິດແທດກັບການເຄື່ອນໄຫວຢູ່ເຂດແມ່ນ້ຳຂອງຕອນລຸ່ມຄືລາວ, ກຳປູເຈຍ…

ຕອບກັບ

ຂ່າວ/ບົດ​ອື່ນ