ກະຊວງຍຸດຕິທຳຫວຽດນາມ ແລະ ລາວເຊັນສັນຍາຮ່ວມມືໄລຍະ 2015-2020 |
(vovworld)- ທີ່ການພົບປະກັບບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າຜູ້ຕາງໜ້ານັກອຸປະຖຳຕ່າງປະເທດປະຈຳຫວຽດນາມໃນຂົງເຂດຮ່ວມມືດ້ານກົດໝາຍ ແລະ ຕຸລາການ ເມື່ອຕອນຄ່ຳວັນທີ 6/3 ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງຍຸດຕິທຳຫວຽດນາມຮ່າຮຸ່ງເກືອງ ໄດ້ຕີລາຄາສູງການພົວພັນຮ່ວມມື ຊຶ່ງບັນດາປະເທດໄດ້ສະຫງວນໃຫ້ຫວຽດນາມໃນຂົງເຂດກົດໝາຍ, ຕຸລາການ. ຕາມທ່ານ ລັດຖະມົນຕີວ່າການກະຊວງຍຸດຕິທຳຫວຽດນາມ ແລ້ວ, ໃນປີທີ່ຜ່ານມາ, ລັດຖະບານຫວຽດນາມໄດ້ຜັນຂະຫຍາຍຫຼາຍວິທີການເພື່ອປະຕິບັດບັນດາໜ້າທີ່, ຄາດໝາຍທີ່ໄດ້ວາງອອກ, ໃນນັ້ນ, ມີການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງວຽກງານກົດໝາຍ ແລະ ຕຸລາການ. ລັດຖະມົນຕີວ່າການກະຊວງຍຸດຕິທຳຫວຽດນາມ ທ່ານຮ່າຮຸ່ງເກືອງ ປາຖະໜາວ່າ ໃນໄລຍະທີ່ຈະມາເຖິງ, ຈະສືບຕໍ່ໄດ້ຮັບການແບ່ງປັນບົດຮຽນ, ແລະ ການໜູນຊ່ວຍຈາກປະເທດຕ່າງໆໃນຂົງເຂດກົດໝາຍ ແລະ ຕຸລາການ.