ຍູ້ແຮງການໂຄສະນາກ່ຽວກັບການປ້ອງກັນ, ຕ້ານຂີ້ເຫຍື້ອປລາດຕິກ
(VOVWORLD) -ໂຄງການເພື່ອແນໃສ່ເພີ່ມທະວີການສົມທົບກັນລະຫວ່າງ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັນຮ່ວມແຮງຮ່ວມໃຈຍົກສູງສະຕິຄວາມຮັບຮູ້, ປ່ຽນແປງວິທີການປະພຶດ, ການກະທຳຢ່າງມີຄວາມຮັບຜິດຊອບຂອງທົ່ວສັງຄົມໃນການນຳໃຊ້
ພາບປະກອບ: TTXVN |
ທ່ານນາຍົກລັດຖະມົນຕີ ຫາກໍ່ອະນຸມັດຜ່ານໂຄງການ “ຍູ້ແຮງວຽກງານໂຄສະນາກ່ຽວກັບການປ້ອງກັນ, ຕ້ານ ຂີ້ເຫຍື້ອປລາດຕິກ ໄລຍະ 2021 - 2025”. ໂຄງການເພື່ອແນໃສ່ເພີ່ມທະວີການສົມທົບກັນລະຫວ່າງ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ພ້ອມກັນຮ່ວມແຮງຮ່ວມໃຈຍົກສູງສະຕິຄວາມຮັບຮູ້, ປ່ຽນແປງວິທີການປະພຶດ, ການກະທຳຢ່າງມີຄວາມຮັບຜິດຊອບຂອງທົ່ວສັງຄົມໃນການນຳໃຊ້, ຄຸ້ມຄອງຂີ້ເຫຍື້ອປລາດຕິກ, ຮັບປະກັນໃຫ້ເໝາະສົມກັບພຶດຕິກຳຕົວຈິງ ແລະ ປະຕິບັດບັນດາເປົ້າໝາຍຍຸດທະສາດຂອງ ພັກ, ລັດ ກ່ຽວກັບການຄຸ້ມຄອງ ແລະຫຼຸດຜ່ອນຂີ້ເຫຍື້ອປລາດຕິກຢ່າງມີປະສິດທິຜົນ.
ອີກເປົ້າໝາຍໜຶ່ງນັ້ນແມ່ນ ການປະຕິບັດບັນດາຂໍ້ລິເລີ່ມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ ສາກົນ ໃນການແກ້ໄຂບັນດາບັນຫາກ່ຽວກັບຂີ້ເຫຍື້ອປລາດຕິກຢ່າງມີປະສິດທິຜົນ ເຊິ່ງຈຸດສຸມແມ່ນ ຂີ້ເຫຍື້ອປລາດຕິກ ຢູ່ມະຫາສະມຸດ, ຮັບປະກັນການສະກັດກັ້ນການປ່ອຍຂີ້ເຫຍື້ອປລາດຕິກຈາກບັນດາແຫຼ່ງຂີ້ິ້ເຫຍື້ອໃນດິນຕໍ່ແຜ່ນ ແລະ ບັນດາການເຄື່ອນໄຫວໃນທະເລ, ສູ້ຊົນນຳຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຫຼຸດຜ່ອນຂີ້ເຫຍື້ອປລາດຕິກ.