ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານ |
(vovworld)- ເພື່ອຍົກສູງຄວາມສາມາດແກ່ງແຍ້ງ, ດຶງດູດການລົງທຶນ, ໃນ 6 ເດືອນຕົ້ນປີນີ້,ລັດຖະລານພ້ອມກັບບັນດາກະຊວງ, ຂະແໜງການຕ່າງໆໄດ້ປະກາດໃຊ້ບັນດາເອກະສານນິຕິກຳເພື່ອຫັນລະບຽບການບໍລິຫານ 4.400 ປະເພດໃນຈຳນວນທັງໝົດ 4.700 ປະເພດ, ບັນລຸອັດຕາສ່ວນ 93,8 %. ກະຊວງການເງິນກໍໄດ້ຍູ້ແຮງການເຊື່ອມຕໍ່ ແລະ ເປີດກ້ວາງບັນດາອົງການສຳນັກງານທີ່ກ່ຽວຂ້ອງໃນການປະຕິບັດກົກໄກປະຕູດຽວ. ພ້ອມກັນນັ້ນ, ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື້ອນໄຫວບໍລິຫານແຫ່ງລັດ ແລະ ການບໍລິການສ່ວນລວມໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ :
“ ແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງວາງອອກ ແລະ ແກ້ໄຂລະບຽບການບໍລິຫານ, ຫາກບໍ່ຕ້ອງເວົ້າແບບລວມໆ. ພວກເຮົາຄວນຊາບຊຶມແຜນນະໂຍບາຍກ່ຽວກັບການປະຕິຮູບລະບຽບການບໍລິຫານ. ວຽກງານປະຕິຮູບລະບຽບການບໍລິຫານຢູ່ບັນດາກະຊວງ, ຂະແໜງການຕ່າງໆແມ່ນສຳຄັນທີ່ສຸດ, ຈາກນັ້ນ, ກໍປະກອບສ່ວນເຂົ້າໃນການປະຕິຮູບລະບຽບການບໍລິຫານໃຫ້ດີ ກ່ວາ”