ຍູ້ແຮງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ ສິນຄ້າຫວຽດນາມ“


ຍູ້ແຮງບັ້ນຂົນຂວາຍ “ຊາວຫວຽດນາມ ບຸລິມະສິດຊົມໃຊ້ ສິນຄ້າຫວຽດນາມ“ - ảnh 1

(ພາບ: hiephoidoanhnghiep.vn/ )

(vovworld) –​​​​​ຕອນ​ເຊົ້າວັນ​ທີ 8/10, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງບັ້ນຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ຊົມໃຊ້​ສິນຄ້າ​ຫວຽດນາມ“ ​ໄດ້​ຈັດ​ກອງ​ປະຊຸມ​ກະກຽມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ບັ້ນຂົນຂວາຍ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຕໍ່​ໄປ. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ຄະນະ​ຊີ້​ນຳ​ຖືກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ວິ​ສາ​ຫະກິດ​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນ, ສິນຄ້າ, ການ​ບໍລິການ​ຮັບປະກັນ​ຄຸນ​ນະພາ​ບ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ໃຊ້​ສອຍ. ທ່ານ​ຫວຸ້ຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽ​ດນາມ ຖື​ວ່າ:

  “ຍົກ​ສູງ​ຄວາມ​ສາມາດ​ແກ່ງ​​ແຍ້​ງຂອງ​ສິນຄ້າ​ຫວຽດນາມ, ນີ້​ແມ່ນ​ບັນຫາ​ຕົ້ນຕໍ​ຕ້ອງ​ບຸລິມະສິດ. ຄຽງ​ຄູ່​ການ​ປຸກລະດົມຊາວ​ຫວຽດນາມ​ບຸລິມະສິດ​ຊົມໃຊ້​ສິນຄ້າ​ຫວຽດ ນາມ, ສິ່ງ​ສຳຄັນ​ກ່ວານັ້ນ​ແມ່ນ​ການ​ປຸກລະດົມ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຜະລິດ​ສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ​ສຸດ“./.

ຂ່າວ/ບົດ​ອື່ນ