ດັກນົງ ຕ້ອງຍາດແຍ່ງ ບັນດາທ່າແຮງທຳມະຊາດເພື່ອພັດທະນາເສດຖະກິດຢ່າງໄວ ແລະ ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກຢູ່ແຂວງດັກນົງ
(ພາບ: chinhphu.vn)
(vovworld) – ຕອນບ່າຍວັນທີ 09/02, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດັກນົງ ກ່ຽວກັບສະພາບພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໄປກວດກາໂດຍກົງລະດັບຄວາມຄືບໜ້າໃນການຜັນຂະຫຍາຍໂຄງການ Bauxit – Alumin ເຍີນເກີ ຢູ່ແຂວງດັກນົງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ: ເຂດໄຕງວຽນ ເວົ້າລວມ ແລະ ດັກນົງ ເວົ້າສະເພາະມີທີ່ຕັ້ງສຳຄັນພິເສດ, ດ້ວຍບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນເພື່ອພັດທະນາ, ໂດຍສະເພາະແມ່ນດິນແດງ bazan, bauxit – alumin… ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ດັກນົງ ພັດທະນາຢ່າງວ່າງໄວ ແລະ ໝັ້ນຄົງ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງດັກນົງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ການນຳແຂວງ ຕ້ອງສຸມໃສ່ຊີ້ນຳການແກ້ໄຂຢ່າງຂ້ຽວຂາດ, ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ຕັດສິນໃຈບັນລຸ ແລະ ລື່ນກາຍບັນດາໜ້າທີ່, ຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃນປີ 2015 ຕິດພັນກັບການຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃຫ້ບັນລຸຜົນສຳເລັດ. ດັກນົງ ຕ້ອງສຸມໃສ່ພັດທະນາເສດຖະກິດສັງຄົມຢ່າງໄວກວ່າ, ມີປະສິດທິຜົນກວ່າ ບົນພື້ນຖານຂຸດຄົ້ນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ໂດຍສະເພາະກ່ຽວກັບທີ່ດິນ, ອາກາດເພື່ອພັດທະນາກະສິກຳ… ພ້ອມທັງຕ້ອງສ້າງເງື່ອນໄຂສະດວກດ້ວຍບັນດາກົນໄກ, ນະໂຍບາຍສົ່ງເສີມການດຶງດູດວິສາຫະກິດພາກເອກະຊົນເຂົ້າໃນຂົງເຂດກະສິກຳ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີເຂົ້າໃນການຜະລິດ, ແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ກຳລັງແກ່ງແຍ້ງຂອງຜະລິດຕະພັນກະເສດ.