(ພາບ: dongnai.gov.vn)
(vovworld) - ວັນທີ 23/02, ແຂວງດົ່ງນາຍ ໄດ້ຈັດກອງປະຊຸມປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາສະມາຊິກຊາວໜູ່ມໄດ້ສຸມໃສ່ປຶກສາຫາລືກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເຊິ່ງລວມມີ; ຄຳນຳ, ລະບອບການເມືອງ, ສິດຂອງມະນຸດ, ສິດ ແລະ ພັນທະເປັນພື້ນຖານຂອງພົນລະເມືອງ... ພິເສດ, 10 ຄຳເຫັນທີ່ໄດ້ຍົກອອກມາໃນກອງປະຊຸມ ໄດ້ເຕື້ອງເຖິງຫຼາຍບັນຫາທີ່ກ່ຽວຂ້ອງເຖິງສິດຂອງສະພາລັດຖະທຳມະນູນ ແລະ ສະພາເລືອກຕັ້ງ; ເພີ່ມເຕີ່ມສິດຊັບສິນທາງປັນຍາ; ແບ່ງຂັ້ນບັນດາຫົວໜ່ວຍບໍລິຫານ, ສານ... ຄະນະຊາວໜຸ່ມແຂວງ ດົ່ງນາຍ ກໍສົ່ງເສີມພະນັກງານຊາວໜູ່ມ, ສະມາຊິກຊາວໜູ່ມ, ສະມາຊິກ ນອກຈາກການປະກອບຄຳຄິດຄຳເຫັນຢູ່ບ່ອນຕົນດຳເນີນຊີວິດແລ້ວ, ສາມາດປະກອບຄຳຄິດຄຳເຫັນຜ່ານລະບົບສື່ສານຂອງຊາວໜູ່ມ, ກໍຄືປະກອບຄຳເຫັນຢູ່ແວບໄຊຂອງສະພາແຫ່ງຊາດ.