ດັດຊະນີດ້ານຍຸຕິທຳສ່ອງແສງຄວາມສາມາດສຳຜັດດ້ານຍຸຕິທຳຂອງປະຊາຊົນ
ທ່ານ Bakhodir Burkhanov ຮອງຜູ້ອຳນວຍການແຫ່ງຊາດຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ UNDP ປະຈຳຫວຽດນາມ
|
(Vovworld) - ບົົດລາຍງານດັດຊະນີດ້ານຍຸຕິທຳ 2012 ຕີລາຄາສະພາບຕົວຈິງກ່ຽວກັບຄວາມຍຸຕິທຳ ແລະ ສະເໝີພາບໂດຍອີງບົນຄວາມເຫັນຂອງປະຊາຊົນຫວຽດນາມ ຫາກໍຖືກປະກາດເມືອ່ວັນທີ 3/10 ຢູ່ຮ່າໂນ້ຍ. ທ່ານ Bakhodir Burkhanov ຮອງຜູ້ອຳນວຍການແຫ່ງຊາດຂອງ ອົງການສະຫະປະຊາຊາດເພື່ອການພັດທະນາ UNDP ປະຈຳຫວຽດນາມໃຫ້ຮູ້ວ່າ : ດັດຊະນີຖືກປະກາດໂດຍອີງບົນໝາກຜົນທາບທາມຄຳເຫັນຂອງປະຊາຊົນກ່ວາ 5.000 ຄົນ ທີ່ຂຶ້ນກັບຫຼາຍຊັ້ນຄົນໃນສັງຄົມໃນທົ່ວປະເທດຫວຽດນາມ. ດັດຊະນີດ້ານຍຸຕິທຳ ສ່ອງແສງຄຳເຫັນ ແລະ ຄຳໃຫ້ສັງເກດຂອງປະຊາຊົນກ່ຽວກັບປະສິດທິຜົນການເຄື່ອນໄຫວຂອງບັນດາອົງການແຫ່ງລັດໃນການຮັບປະກັນຍຸດຕິທຳ ແລະ ບັນດາສິດພື້ນຖານຂອງປະຊາຊົນ.
ສ່ວນທ່ານ ຝ້າມກວກແອງ, ປະທານສະມາຄົມນັກທະນາຍຄວາມຫວຽດນາມຢືນຢັນວ່າ ການປະກາດດັດຊະນີດ້ານຍຸຕິທຳ ແມ່ນຂໍ້ລິເລີ່ມທີ່ສຳຄັນ, ສ່ອງແສງຄຳເຫັນ ແລະ ຄວາມມຸ່ງຫວັງຂອງປະຊາຊົນກ່ຽວກັບສັງຄົມປະຊາທິປະໄຕ ແລະ ຍຸຕິທຳ ຊຶ່ງຫວຽດນາມພວມປະຕິບັດ.