ດ່ານັງຜັນຂະຫຍາຍໂຄງການ ໃຫ້ນັກສຶກສາລາວ ມາຢູ່ໃນເຮືອນຂອງປະຊາຊົນ

ດ່ານັງຜັນຂະຫຍາຍໂຄງການ ໃຫ້ນັກສຶກສາລາວ ມາຢູ່ໃນເຮືອນຂອງປະຊາຊົນ - ảnh 1

(ພາບປະກອບ)

(vovworld)- ໂຄງການ​​ໃຫ້ນັກ​ສຶກສາລາ​ວ ມາຢູ່​​ໃນເຮືອນ​ຂອງ​ປະຊາຊົນຄັ້ງທີ 2 ປີ 2012 ຫາ​ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກ​ສຶກສາລາ​ວ 20 ຄົນ, ມະຫາວິທະຍາ​ໄລ​ເສດຖະກິດ​ດ່າ​ນັງ ​ແລະ 8 ຄອບຄົວ​ປະຊາຊົນ​ຢູ່​ຕາ​ແສງ Khue My  ​ເມືອງ Ngu Hanh Son ນະຄອນ Da Nang. ​ໂຄງການ​ໂດຍ​ສະຫະພັນ​ບັນດາ​ອົງການ​ຈັດຕັງມິດຕະພາບ, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ນະຄອນ Da Nang ຈັດຕັ້ງຂຶ້ນ. ​ໃນ​ເວລາ​ປະມານ 2 ອາທິດ​ທີ່ຢູ່ໃນ​ເຮືອນ​ຂອງ​ປະຊາຊົນ, ​ຈະ​ສ້າງ​​ໂອກາດ​ທີ່​ດີ​ໃຫ້​ແກ່​ນັກ​ສຶກສາລາ​ວ​ ​ໄດ້​ຮ່ຳຮຽນ, ຍົກ​ສູງ​ທັກ​ສະ​ມະນຸດ​ສຳພັນ​ດ້ວຍ​ພາສາ​ຫວຽດ, ພ້ອມ​ທັງ​ແລກປ່ຽນ, ຊອກ​ຮູ້​ວັດທະນະທຳ, ​​ເຈືອ​ຈານ​ເຂົ້າກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຜ່ານ​ຊຸມ​ວັນ​ບຸນ​ທົ່ວ​ປວງ​ຊົນ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ. ນອກຈາກ​ນັ້ນ​ແລ້ວ​ໂຄງການ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຂ່າວ/ບົດ​ອື່ນ