ດ່ານັ້ງສືບຕໍ່ນຳໜ້າຕາຕະລາງຈັດອັນດັບດັດຊະນີຄວາມສາມາດແກ່ງແຍ້ງ ຂັ້ນແຂວງ
(ພາບປະກອບ: baodautu)
(vovworld) - ຕອນເຊົ້າວັນທີ 31/3, ຢູ່ ຮ່າໂນ້ຍ, ຫ້ອງການການຄ້າ ແລະອຸດສາຫະກຳ ຫວຽດນາມ ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ຈັດພິທີປະກາດບົດລາຍງານ ດັດຊະນີຄວາມສາມາດແກ່ງແຍ້ງ ຂັ້ນແຂວງ (PCI) 2015. ນີ້ແມ່ນປີທີ 3 ຢ່າງລຽນຕິດ ທີ່ນະຄອນ ດ່ານັ້ງນຳໜ້າຕາຕະລາງຈັດອັນດັບ ດ້ວຍຄະແນນ 68,34. ຖັດຈາກ ດ່ານັ້ງແມ່ນແຂວງ ດົ່ງທາບ, ກວາງນິງ. ນະຄອນ ໂຮ່ຈີມິນຖືກຈັດອັນດັບ 6, ນະຄອນຫຼວງ ຮ່າໂນ້ຍຢືນອັນດັບ 24, ສ່ວນ ດັກນົງຖືກຈັດອັນດັບ 63. ກ່າວຄວາມເຫັນທີ່ພິທີປະກາດ, ທ່ານ ຫວູຕ໋ຽນໂລກ, ປະທານຫ້ອງການ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຢືນຢັນວ່າ:
“ນັບແຕ່ປີ 2014, PCI ຖືກນຳເຂົ້າມະຕິຂອງລັດຖະບານ ແລະ ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ບັງຄັບ ສຳລັບບັນດາທ້ອງຖີ່ນ, ແລະອີງໃສ່ຕາຕະລາງຈັດອັນດັບ PCI ຂອງຫ້ອງການ ການຄ້າ ແລະ ອຸດສາຫະກຳ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງທ້ອງຖີ່ນ. “
ບົດລາຍງານຕີລາຄາວ່າ ຄວາມສາມາດແກ່ງແຍ້ງຂັ້ນແຂວງຊີ້ແຈ້ງ ວ່າ, ເບິ່ງລວມແລ້ວ, ຄຸນນະພາບການບໍລິຫານເສດຖະກິດຂອງບັນດາແຂວງ, ນະຄອນສືບຕໍ່ຮັກສາທ່າອ່ຽງດີກວ່າ. ອັດຕາສ່ວນວິສາຫະກິດເອກະຊົນສືບຕໍ່ເພີ່ມເງິນລົງທຶນ 10,9%. ຂະໜາດທຶນສະເລ່ຍຂອງວິສາຫະກິດເພີ່ມຂຶ້ນສູງ, ຄິດສະເລ່ຍແມ່ນ 16,5 ຕື້ດົ່ງ.