ດ່ານັ້ງເພີ່ມທະວີການຮ່ວມມືກັບນະຄອນBoras,ປະເທດຊູແອດ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 05/11, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ແລະ ຜູ້ຕາງໜ້າອຳນາດການປົກຄອງ Boras, ປະເທດຊູແອດ ໄດ້ຈັດພິທີສະຫຼຸບ 3 ປີແຫ່ງການປະຕິບັດໂຄງການຮ່ວມມືລະຫວ່າງດ່ານັ້ງ ແລະ ນະຄອນ Boras ໃນຂົງເຂດສິ່ງແວດລ້ອມ ໂດຍສູນສາກົນກ່ຽວກັບປະຊາທິປະໄຕທ້ອງຖິ່ນຊູແອດ ອຸປະຖຳໄລຍະ 2013 – 2015. ໃນໄລຍະ 3 ປີຜ່ານມາ, ອຳນາດການປົກຄອງນະຄອນ Boras ໄດ້ໜູນຊ່ວຍ ແລະ ໃຫ້ຄຳປຶກສາແກ່ນະຄອນດ່ານັ້ງ ກ່ຽວກັບການສ້າງແຜນກຳນົດຄຸ້ມຄອງສິ່ງເສດເຫຼືອແຂງ, ໃຫ້ຄຳປຶກສາແກ່ໂຄງການແຍກປະເພດສິ່ງເສດເຫຼືອຢູ່ກັບທີ. ໃນຂອບເຂດໂຄງການ, ມະຫາວິທະຍາໄລດ່ານັ້ງ ແລະ ມະຫາວິທະຍາໄລ Boras ໄດ້ສ້າງຕັ້ງການພົວພັນຮ່ວມມືກ່ຽວກັບເລື່ອງແລກປ່ຽນນັກສຶກສາ, ຄູູສອນ ແລະ ບັນດາໂຄງການຄົ້ນຄວ້າໃນຂົງເຂດສິ່ງແວດລ້ອມ. ການໜູນຊ່ວຍ ແລະ ໃຫ້ຄຳປຶກສາຂອງອຳນາດການປົກຄອງນະຄອນ Boras ໄດ້ຊ່ວຍໃຫ້ນະຄອນດ່ານັ້ງ ແກ້ໄຂບັນຫາສິ່ງເສດເຫຼືອແຂງເປັນຢ່າງດີ.