(ນະຄອນດ່ໜັງ)
(vovworld) - ດານັງແມ່ນ 1 ໃນ 3 ນະຄອນໃນໂລກພ້ອມກັບນະຄອນ Kigali ປະເທດ ຣາວັນດາ ແລະ ນະຄອນ Assiut ປະເທດອີຢິບ ໄດ້ຮັບການຄັດເລືອກຜັນຂະຫຍາຍ “ ໂຄງການວາງແຜນກຳນົດຢ່າງວ່ອງໄວ”, ໂດຍອີງໃສ່ໂຄງການການຄົ້ນຄວ້າ “ ບັນດາຕົວເມືອງໃນອະນາຄົດ ”. ໂຄງການໂດຍກະຊວງສຶກສາ ແລະ ຄົ້ນຄວ້າສາທາລະນະລັດສະຫະພັນເຢຍລະມັນອຸປະຖຳ ດ້ວຍຍອດມູນຄ່າລາຍຈ່າຍແມ່ນ 410.000 ເອີໂຣ, ປະຕິບັດໃນໄລຍະ 4 ປີ ( 2015-2019 ). ໂຄງການຄົ້ນຄວ້າ, ພັດທະນາວິທີການວາງແຜນກຳນົດຢ່າງວ່ອງໄວຫຼາຍຂະແໜງ, ສຸມໃສ່ເຂົ້າໂຄງລ່າງ, ພະລັງງານ, ນ້ຳສະອາດ, ນ້ຳເສຍ, ສິ່ງເສດເຫຼືອ ແລະ ກະສິກຳຕົວເມືອງ. ທີ່ກອງປະຊຸມສຳມະນາ ເຊິ່ງໄດ້ດຳເນີນໃນວັນທີ 25/11, ໂດຍສະຖາບັນຄົ້ນຄວ້າ, ພັດທະນາເສດຖະກິດສັງຄົມນະຄອນດານັງ ສົມທົບກັບ ກະຊວງສຶກສາ ແລະ ຄົ້ນຄວ້າສາທາລະນະລັດສະຫະພັນເຢຍລະມັນຈັດຕັ້ງຂຶ້ນ, ຜູ້ຕາງໜ້າ ກະຊວງສຶກສາ ແລະ ຄົ້ນຄວ້າ ສາທາລະນະລັດສະຫະພັນເຢຍລະມັນ ໃຫ້ຮູ້ວ່າ: ໜຶ່ງໃນບັນດາເປົ້າໝາຍຂອງໂຄງການມຸ່ງໄປເຖິງແມ່ນເຮັດແນວໃດ ເພື່ອໃຫ້ບັນດານະຄອນມີຄວາມສາມາດເຊື່ອມຕົວ, ມີການພັດທະນາແບບຍືນຍົງ, ທົນທານ ແລະ ຮັບມືໄດ້ດີ, ໃນສະພາວະທີ່ລະດັບການຫັນເປັນຕົວເມືອງພວມດຳເນີນຢ່າງວ່ອງໄວໃນປະຈຸບັນ. ເປົ້າໝາຍຂອງໂຄງການແມ່ນຊອກຫາມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຂອງນະຄອນແຕ່ລະແຫ່ງ ເພື່ອແນໃສ່ມຸ່ງໄປເຖິງການຄຸ້ມຄອງໂຄງລ່າງ, ພັດທະນາແບບຍືນຍົງ.