ຮອງລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ |
(vovworld)- ວັນທີ 25/2, ຢູ່ນະຄອນຍາຈາງ ແຂວງແຄ້ງຮ່ວາ, ກອງປະຊຸມຄັ້ງທີ 1 ບັນດາເຈົ້າໜ້າທີ່ຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ກ້າວສູ່ມື້ເຮັດວຽກທີ 8. ໃນວັນດຽວກັນ, ກຸ່ມປະຕິບັດງານກ່ຽວກັບທ່ອງທ່ຽວ; ບຳລຸງສ້າງກ່ຽວກັບການຄຸ້ມຄອງໂຄງການ, ກຸ່ມຊີ້ນຳກ່ຽວກັບການຄ້າເອເລັກໂຕນິກ; ກຸ່ມປະຕິບັດງານກ່ຽວກັບອາຊີບຫາປາ ແລະ ມາຫາສະໝຸດ…ສືບຕໍ່ເຮັດວຽກ. ໃນນັ້ນ, ເປັນໜ້າເອົາໃຈໃສ່ແມ່ນກອງປະຊຸມຄູ່ຮ່ວມມືນະໂຍບາຍກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ຊຶ່ງຄາດວ່າຈະດຳເນີນເປັນເວລາ 3 ວັນຄືແຕ່ວັນທີ 25-28/2/2017.