ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມຢູ່ບັນດາແຂວງພາກກາງ
(vovworld) – ຕາມສູນປ້ອງກັນ, ຕ້ານພາຍຸນຳ້ຖ້ວມພາກກາງ ແລະ ເຂດ ໄຕງວຽນ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 19/11, ຝົນຕົກນ້ຳຖ້ວມ ໄດ້ເຮັດໃຫ້ 41 ຄົນເສຍຊີວິດ, 5 ຄົນຫາຍສາບສູນ, 74 ຄົນຖືກບາດເຈບ, ເຮືອນຊານ 1.650 ຫຼັງຖືກເປ່ເພ, ເຂົ້າ ແລະ ພືດນັບພັນເຮັກຕາຖືກນຳ້ຖ້ວມ. ທາງຄົມມະນາຄົມຢູ່ບາງຕາແສງຍັງປະສົບກັບຄວາມຫຍຸ້ງຍາກ. ປະຈຸບັນ, ບັນດາທ້ອງຖີ່ນຢູ່ພາກກາງພວມສຸມໃສ່ກູ້ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນຳ້ຖ້ວມ, ດ້ວຍການຊ່ວຍເຫຼືອມີ່ສຳເລັດຮູບ, ນຳ້ດື່ມ, ເຄື່ອງໃຊ້ສອຍທີ່ຈຳເປັນ.
ຕອນເຊົ້າວັນທີ 19/11, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ນຳໜ້າ ໄດ້ລົງຢ້ຽມຢາມເຂດຖືກນຳ້ຖ້ວມໜັກຢູ່ເທດສະບານ ອານເຍີນ, ແຂວງບິ່ນດິ້ນ. ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ລົງກວດກາສະພາບຕົວຈິງຢູ່ຄັນຄູ ທັ໋ງກົງ, ບ່ອນທີ່ຖືກດິນເຊາະເຈື່ອນຢ່າງໜັກໜ່ວງ ແລະ ເຮັດວຽກກັບການນຳແຂວງ ບິ່ນດິ້ນ ກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນຳ້ຖ້ວມ.
ທ່ານ ເລຫວຽດຈື, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ກວາງຫງາຍ, ໃຫ້ຮູ້ວ່າ: ແນວໂຮມແຂວງພວມພ້ອມກັບທ້ອງຖີ່ນຮີບເຮັ່ງກວດກາສະພາບຄວາມເສຍຫາຍ ເພື່ອໜູນຊ່ວຍປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຢ່າງທັນການ.
“ແຂວງ, ເມືອງ, ຕາແສງ ໄດ້ຫັກເງິນຈາກກອງທຶນສຳຮອງ ແລະ ອຸປະກະລະ ເພື່ອກູ້ຊ່ວຍປະຊາຊົນ. ພວກຂ້າພະເຈົ້າຫວັງວ່າ ບັນດາວິສາຫະກິດ, ທ້ອງຖີ່ນຕ່າງໆ ຈະຮ່ວມແຮງຮ່ວມໃຈເພື່ອແບ່ງປັນ, ຊ່ວຍເຫຼືອປະຊາຊົນ. ຢ່າງໜ້ອຍສຸດແມ່ນຕ້ອງຮັບປະກັນໃຫ້ເຂົາເຈົ້າມີອາຫານພໍດີໃນ 3 ເດືອນ, ຫຼັງຈາກນັ້ນເຂົາເຈົ້າຈະສືບຕໍ່ຜະລິດ ແລະ ຜະລິດສິນຄ້າກຸ້ມຕົນເອງ“
ວັນທີ 19/11, ສະພາກາແດງຫວຽດນາມ, ສະພາກາແດງ - ກາຊິກວົງເດືອນແດງສາກົນ ໄດ້ມອບຂອງຂວັນ 400 ພູດ ໃຫ້ປະຊາຊົນໃນເຂດປະສົບນຳ້ຖ້ວມໜັກກວ່າໝູ່ຢູ່ແຂວງກວາງນາມ, ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ.