ຕັດສິນໃຈຊີ້ນຳ,ບໍລິຫານ,ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດແລະປະຊາຊົນ,ປະຕິບັດຄາດໝາຍເຕີບໂຕ 6,7%
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) - ຕອນເຊົ້າວັນທີ 01/03, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ 2 ຂອງລັດຖະບານ. ເຖິງວ່າການຕີລາຄາສະພາບການເສດຖະກິດສັງຄົມໃນເດືອນ 02 ແລະ ໃນ 2 ເດືອນຕົ້ນປີມີການຫັນປ່ຽນຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັບແຕ່ຊຸມມື້ຕົ້ນປີ ຕ້ອງຕັດສິນໃຈຊີ້ນຳບໍລິຫານ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ ແລະ ປະຊາຊົນ, ປະຕິບັດຄາດໝາຍເຕີບໂຕທີ່ໄດ້ວາງອອກແມ່ນ 6,7% ໃຫ້ໄດ້. ເນັ້ນໜັກເຖິງການຊີ້ນຳບໍລິຫານແມ່ນມີຄວາມໝາຍສຳຄັນຍິ່ງ, ທ່ານນາຍົກລັດຖະມົນຕີ ໄດ້ໃສ່ໄຈວ່າ.
“ຂ້້າພະເຈົ້າສະເໜີໃຫ້ບັນດາລັດຖະມົນຕີ, ພິເສດແມ່ນບັນດາກະຊວງທີ່ກ່ຽວຂ້ອງເຖິງການເຕີບໂຕຢ່າງໃຫຍ່ຫຼວງຄື: ກະຊວງອຸດສາຫະກຳການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງກໍ່ສ້າງ, ກະຊວງຄົມມະນາຄົມຂົນສົ່ງ… ແລະ ບາງຂົງເຂດອື່ນໆ ຕ້ອງຕັດສິນໃຈຊີ້ນຳ, ເຮັດທຸກວິທີເພື່ອຮັບປະກັນລະດັບເຕີບໂຕບັນດາຂະແໜງ, ຂົງເຂດ, ເພື່ອສູ້ຊົນບັນລຸຄາດໝາຍເຕີບໂຕ GDP ທີ່ໄດ້ວາງອອກ.”
ຕາມລາຍການກອງປະຊຸມ, ລັດຖະບານຈະປຶກສາຫາລືກ່ຽວກັບບັນດາບັນຫາກົນໄກ, ນະໂຍບາຍ, ບັນດາຮ່າງກົດໝາຍ. ລັດຖະບານກໍ່ຮັບຟັງບົດລາຍງານ, ປຶກສາຫາລືກ່ຽວກັບສະພາບການປະຕິບັດບັນດາສັນຍາການຄ້າເສລີທີ່ມີຜົນສັກສິດແລ້ວ, ສະພາບໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP ແລະ ການກຳນົດທິດໃຫ້ຫວຽດນາມ…