ຕີລາຄາສະພາບຕົວຈິງການປະຕິບັດ ຍຸດທະສາດການສ້າງລະບົບກົດໝາຍໃຫ້ສົມບູນແບບ
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ
ຫົວໜ້າຄະນະຊີ້ນຳການສະຫຼຸບ 10 ປີແຫ່ງການປະຕິບັດມະຕິກົມການເມືອງກ່ຽວກັບຍຸດທະສາດການສ້າງ ລະບົບກົດໝາຍຫວຽດນາມໃຫ້ສົມບູນແບບເຖິງປີ 2020, ກຳນົດທິດເຖິງປີ 2020 |
(vovworld)- ຄະນະຊີ້ນຳການສະຫຼຸບ 10 ປີແຫ່ງການປະຕິບັດມະຕິກົມການເມືອງກ່ຽວກັບຍຸດທະສາດການສ້າງລະບົບກົດໝາຍຫວຽດນາມໃຫ້ສົມບູນແບບເຖິງປີ 2020, ກຳນົດທິດເຖິງປີ 2020 ໄດ້ຈັດກອງປະຊຸມຄັ້ງທີ 1 ໃນຕອນບ່າຍວັນທີ 14/4 ຢູ່ຮ່າໂນ້ຍ ເພື່ອຕີລາຄາສະພາບຕົວຈິງຂອງການປະຕິບັດ ຍຸດທະສາດການສ້າງລະບົບກົດໝາຍຫວຽດນາມໃຫ້ສົມບູນແບບໃນ 10 ປີທີ່ຜ່ານມາ.
ສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຫົວໜ້າຄະນະຊີ້ນຳການສະຫຼຸບ, ຖືວ່າ ການສ້າງລະບົບກົດໝາຍຫວຽດນາມໃຫ້ສົມບູນແບບ ແມ່ນມີບົດບາດສຳຄັນພິເສດໃນວິວັດການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາຂອງປະເທດຊາດ. ດັ່ງນັ້ນ, ບົດລາຍງານສະຫຼຸບຄວນຕິດແທດຂັ້ນຮາກຖານ, ທ້ອງຖິ່ນ ແລະ ພຶດຕິກຳຮາກຖານ. ບັນດາສ່ວນບຸກຄົນ, ຫົວໜ່ວຍທີ່ໄດ້ຮັບມອບໝາຍ, ຄວນສົມທົບກັນຢ່າງແໜ້ນແຟ້ນໃນວິວັດການສັງລວມບົດລາຍງານເພື່ອສຳເລັດຮ່າງບົດລາຍງານສະຫຼຸບ ຍືນສະເໜີຕໍ່ ກົມການເມືອງໃຫ້ຄຳເຫັນໃນເດືອນ 12/2015.