ຕວກກີກ່າວເຕືອນຈະໃຫ້ຊາວລີ້ໄພເຂົ້າອີລົບ
ທ່ານປະທານາທິບໍດີຕວກກີ Tayyip Erdogan
(ພາບ: ndtv.com)
(vovworld) - ວັນທີ 09/11, ທ່ານປະທານາທິບໍດີຕວກກີ Tayyip Erdogan ໄດ້ອອກສຽງກ່າວເຕືອນວ່າ ຈະ “ເປີດປະຕູ” ໃຫ້ຊາວລີ້ໄພຊີຣີ ນັບລ້ານຄົນເຂົ້າເອີລົບ ເພື່ອໂຕ້ຕອບເລື່ອງ ບຣຸກແຊນ ເພີ່ມທະວີການຕຳນິຕິຕຽນບັນດາການເຄື່ອນໄຫວປາບປາມຂອງ ອານກາຣາ ພາຍຫຼັງການລັດຖະປະຫານຖືກປະລາໄຊ ເມື່ອເດືອນ 07 ຜ່ານມາຢູ່ຕວກກີ. ຄຳກ່າວເຕືອນດັ່ງກ່າວຖືກຍົກອອກມາ ພາຍຫຼັງຄະນະກຳມະການເອີລົບ (EC) ຕຳນິຕິຕຽນອຳນາດການປົກຄອງຂອງທ່ານ Erdogan ໄດ້ປັດເຂ່ຍພົນທະຫານ, ຫົວສານ, ພາລະກອນ ແລະ ຄູອາຈານ ກວ່າ 100.000 ຄົນ ເຊິ່ງຮັບຖືວ່າໄດ້ສະໜັບສະໜູນການລັດຖະປະຫານໃນໄລຍະຜ່ານມາ. ທ່ານ Erdogan ເນັ້ນໜັກວ່າ, ສະຫະພາບເອີລົບ ຕ້ອງພິຈາລະນາເລື່ອງເຊື່ອມຕໍ່ການເຈລະຈາກັບຕວກກີ ຄືນໃໝ່ໂດຍໄວ, ຖ້າບໍ່ດັ່ງນັ້ນ ອາກາຣາ ຈະເປີດປະຕູດ່ານຊາຍແດນເພື່ອໃຫ້ຊາວລີ້ໄພອົບພະຍົບເຂົ້າເອີລົບ.