ຕວກກີສິ້ນສຸດວຽກງານກອບກູ້ເອົາຊີວິດຂອງກຳມະກອນບໍ່ແຮ່ໃນເຫດລະເບີດ
ກຳມະກອນບໍແຮ່ຄົນໜຶ່ງໄດ້ຮັບການກອບກູ້ຊີວິດ
(ພາບ: Reuters)
|
(vovworld)- ວັນທີ 17/5, ລັດຖະມົນຕີກະຊວງພະລັງງານຕວກກີ Taner YildiZ ປະກາດວ່າວຽກງານກອບກູ້ເອົາຊີວິດຂອງກຳມະກອນບໍ່ແຮ່ໃນເຫດລະເບີດເມື່ອວັນທີ 13/5 ຢູ່ເທດສະບານເມືອງ Soma ໄດ້ຢຸດຕິລົງ. ຈຳນວນກຳມະກອນບໍແຮ່ຖືກເສຍຊີວິດແມ່ນຂຶ້ນເຖິງ 301 ຄົນ. ລັດຖະມົນຕີກະຊວງ ພະລັງງານຕວກກີ Taner YildiZໃຫ້ຮູ້ວ່າ ກ່ອນໜ້ານັ້ນໃນມື້ດຽວກັນ, ໄດ້ເກີດເຫດອັກຄີໄພຢູ່ທາງນອກສະຖານທີ່ເກີດເຫດລະເບີດ, ຊຶ່ງເປັນການກີດຂວາງທຸກຄວາມມານະພະຍາຍາມຊອກຄົ້ນຫາຊາກສົບຂອງຜູ້ເສຍຊີວິດຖືກຕິດຄ້າງໃຕ້ດິນ. ເຫດລະເບີດຢູ່ເທດສະບານເມືອງ Soma ແມ່ນກໍລະນີມີຈຳນວນຜູ້ຮັບເຄາະຮ້າຍຫຼາຍກ່ວາໝູ່ໃນປະຫວັດສາດຂອງຂະແໜງຂຸດຄົ້ນບໍແຮ່ຢູ່ຕວກກີ ຊຶ່ງແມ່ນແຫ່ງມີ ກຳມະກອນບໍແຮ່ເຖິງ 48.000 ຄົນເຮັດວຽກຢູ່ບໍ່ແຮ່ 740 ແຫ່ງ.