ຕວັກ​ກີ ຈະ​ນຳ​ໃຊ້​ທຸກ​ໆ​ແຫຼ່ງ​ກຳ​ລັງ​ເພື່ອ​ຊອກ​ຫາ ຜູ້​ຍັງ​ມີ​ຊີ​ວິດ ໃນ​ເຫດ​ແຜ່ນ​ດິນ​ໄຫວ

(VOVWORLD) - ໄລ່ຮອດ ເວລາ 23 ໂມງ ໃນວັນທີ 25 ມັງກອນ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6.8 ອົງສາRichter ຢູ່ ແຂວງ Elazi ທາງພາກຕາເວັນອອກ ປະເທດ ຕວັນກີ ໃນວັນທີ 24 ມັງກອນ ໄດ້ເພີ່ມຂຶ້ນເຖິງ 22 ຄົນ ແລະ ມີ ຜູ້ຖືກຮັບບາດເຈັບ  ກ່ວາ 1 ພັນຄົນ.
ຕວັກ​ກີ ຈະ​ນຳ​ໃຊ້​ທຸກ​ໆ​ແຫຼ່ງ​ກຳ​ລັງ​ເພື່ອ​ຊອກ​ຫາ ຜູ້​ຍັງ​ມີ​ຊີ​ວິດ ໃນ​ເຫດ​ແຜ່ນ​ດິນ​ໄຫວ - ảnh 1ສະຖານທີ່ເກີດເຫດ (ພາບ: AFP) 

ກະຊວງພາຍໃນຂອງປະເທດນີ້ ຄາດຄະເນວ່າ ຍັງມີ ຄົນທີ່ຕິດຄ້າງຢູ່ໃນຊາກຫັກພັງ ແລະ ມີ ຜູ້ໄດ້ຮັບການ ກູ້ຊີບ 42 ຄົນແລ້ວ. ກຳລັງກູ້ຊີບ ພວມເຮັດວຽກໝົດຄືນ ເພື່ອຊອກຫາຄົນທີ່ຕິດຄ້າງຢູ່ໃນຊາກຫັກພັງໃນ ອາກາດໜາວ ລົບ 8 ອົງສາ C.

        ທ່ານ ປະນານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຍົກເລີກບັນກາແຜນການຢູ່ Istanbul  ແລະ ໄປຍັງ ແຂວງ Elazi ເພື່ອຕິດຕາມກວດກາ ກິດຈະກຳ ການກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ