ຕວກກີ ຢຸດຕິການອອກວິຊ່າຄົນເຂົ້າເມືອງໃຫ້ພົນລະເມືອງ ອາເມລິກາ
(VOVWORLD) - ຕວກກີ ຕັດສິນຢຸດຕິການອອກວິຊ່າຄົນເຂົ້າເມືອງໃຫ້ພົນລະເມືອງ ອາເມລິກາ, ການກະທຳດັ່ງກ່າວ ໄດ້ຕີລາຄາວ່າ ເພື່ອແນໃສ່ຕອບໂຕ້ຂໍ້ຕົກລົງທີ່ຄ້າຍຄືກັນຂອງອຳນາດການປົກຄອງ ອາເມລິກາ ທີ່ຍົກອອກກ່ອນນັ້ນໃນວັນດຽວກັນ.
ສະຖານທູດ ຕວກກີ ປະຈຳ ອາເມລິກາ ພາບ: Reuters |
ແຈ້ງການໃນວັນທີ 08 ຕຸລາ ຂອງສະຖານທູດ ຕວກກີ ຢູ່ນະຄອນຫລວງ ວໍຊິງຕັນ ອາເມລິກາ ຊີ້ແຈ້ງວ່າ: ຂໍ້ຕົກລົງຈະໄດ້ຮັບການໝູນໃຊ້ສຳລັບວິຊ່າໃນ ປັດສະປໍ, ວິຊ່າເອເລັກໂຕນິກ, ວິຊ່າທີ່ອອກໃຫ້ຢູ່ດ່ານຊາຍແດນ ກໍ່ຄືບັນດາວິຊ່າທີ່ໄດ້ອອກຢູ່ບັນດາສຳນັກງານການທູດຂອງ ຕວກກີ ປະຈຳ ອາເມລິກາ. ໃນແຈ້ງການ ກໍ່ເນັ້ນໜັກວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ ອາເມລິກາ ຕັດສິນຢຸດຕິການອອກວິຊ່າຄົນເຂົ້າເມືອງໃຫ້ພົນລະເມືອງ ຕວກກີ ພ້ອມທັງຖືວ່າ: ການກະທຳດັ່ງກ່າວຂອງ ອາເມລິກາ ບັງຄັບ ຕວກກີ ຕ້ອງພິຈາລະນາຄືນໃໝ່ບັນດາຄຳໝັ້ນສັນຍາກ່ຽວກັບຄວາມໝັ້ນຄົງຂອງ ອາເມລິກາ ສຳລັບບັນດາຄະນະຜູ້ຕ່າງໜ້າ ແລະ ພາລະກອນການທູດຂອງ ຕວກກີ ຢູ່ ອາເມລິກາ.