ຕວຽນກວາງ-ນະຄອນຫລວງເຂດປົດປ່ອຍໃນການປະຕິວັດເດືອນສິງຫາ
ເຕີນຈ່າວ ແຂວງ ຕວຽນກວາງ
ພາບ:vanhoa.vn
|
(vovworld)- ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍວາລະສານກົ້ງສານ(ກອມມູນິດ) ແລະ ຄະນະພັກແຂວງ ຕວຽນກວາງສົມທົບກັນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 15/8 ຢູ່ ຮ່າໂນ້ຍ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ແມ່ນສຸມໃສ່ຊີ້ແຈ້ງຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງການປະຕິວັດເດືອນສິງຫາໃນວິວັດການປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ແລະ ຖືວ່າ: ການປະຕິວັດເດືອນສິງຫາແມ່ນການປະຕິວັດຂອງປະຊາຊົນ, ແມ່ນສັນຍາລັກຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຂອງນ້ຳໃຈ, ເຈດຈຳນົງ, ຄຸນນະທາດ ແລະ ພູມປັນຍາຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຢືນຢັນ ບົດບາດທີ່ຕັ້ງຂອງນະຄອນຫລວງເຂດປົດປ່ອຍຕວຽນກວາງໃນການປະຕິວັດເດືອນສິງຫາ ແລະ ສຳລັບປະຫວັດສາດການປະຕິວັດຫວຽດນາມ. ພົນຈັດຕະວາ, ຮອງສາດສະດາຈານ ດຣ ຫວູກວາງດ໋າວ, ອະດີດຫົວຫນ້າສະຖາບັນປະຫວັດສາດການທະຫານຫວຽດນາມ ຖືວ່າ: “ປະຫວັດສາດນັບມື້ນັບໃຫ້ເຫັນຄວາມສະຫລາດສ່ອງໃສຂອງປະທານໂຮ່ຈິມີນ, ຂອງຄະນະປະຈຳສູນກາງພັກ ເມື່ອຕົກລົງເລືອກເຟັ້ນ ເຂດເຕີນຈ່າວ ເປັນຈຸດເລີ່ມຕົ້ນ, ການລຸກຮື້ຂຶ້ນໃນທົ່ວປະເທດ ແລະ ຢູ່ທີ່ນີ້ ໄດ້ປະກາດໃຊ້ການລຸກຮຶ້ຂຶ້ນໃນທົ່ວປະເທດ, ຄຳສັ່ງເລກ 1.”